ພັນເພັດ ເນັ້ນການຜະລິດເຂົ້າທີ່ມີຄຸນນະພາບ

    ທ່ານ ທອງຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດ ໃຫ້ສຳພາດວັນທີ 5 ມັງກອນ2021 ວ່າ: ບໍລິສັດພັນເພັດ ເປັນບໍລິສັດສົ່ງເສີມກະສິກຳ ໂດຍມີເປົ້າໝາຍເນັ້ນໃສ່ການຜະລິດເຂົ້າທີ່ມີຄຸນນະພາບ ແລະ ໄດ້ປະລິມານ ໂດຍນຳໃຊ້ຝຸ່ນຊີວະພາບເປັນຕົ້ນຕໍ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຜະລິດ ເປັນຕົ້ນ ເຄື່ອງຈັກກ່ຽວເຂົ້າ ເຄື່ອງຈັກຫວ່ານຝຸ່ນ ແລະ ເຄື່ອງອົບເຂົ້າເປືອກ ນອກນີ້ ບໍລິສັດຍັງຈະສືບຕໍ່ຮ່ວມມືກັບກຸ່ມຊາວນາ ແລະ ສ້າງກຸ່ມການຜະລິດໃຫ້ເຂັ້ມແຂງ ເພື່ອໃຫ້ກາຍເປັນສະຫະກອນໃນອະນາຄົດ. ປັດຈຸບັນ ຊາວນາເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ເປັນສະມາຊິກຂອງບໍລິສັດ ພວມຂຸ້ນຂ້ຽວປັກດຳເຂົ້ານາແຊງສົກປີ 2020-2021 ໃຫ້ສຳເລັດຕາມແຜນການເນື້ອທີ່ 500 ເຮັກຕາ ແຕ່ມາຮອດປັດຈຸບັນ ປັກດຳສຳເລັດແລ້ວ 90% ແລະ ຄາດວ່າຈະໃຫ້ສຳເລັດຕົ້ນເດືອນມັງກອນນີ້

                     # ຂ່າວ & ພາບ : ສົມສະຫວັນ

error: Content is protected !!