ໂຄງການທາງລົດໄຟລາວ-ຈີນ ສໍາເລັດການວາງລາງຮອດຫຼວງພະບາງ

    ວັນທີ 29 ທັນວາ 2020 ທີ່ນະຄອນຫຼວງພະບາງ ແຂວງຫລວງພະບາງ ໄດ້ຈັດພິທີສະເຫຼີມສະຫຼອງການວາງລາງລົດໄຟແຕ່ນະຄອນຫຼວງວຽງຈັນ-ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ ທ່ານ ຫຼີຈື້ກົ່ງ ກົງສຸນໃຫຍ່ຈີນປະຈຳນະຄອນຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານກໍ່ສ້າງທາງລົດໄຟທຸກຄົນ ທີ່ໄດ້ທຸ່ມເທກໍາລັງເຫື່ອແຮງ ແລະ ສາມາດຍາດໄດ້ຜົນສໍາເລັດດັ່ງກ່າວ ເສັ້ນທາງລົດໄຟນີ້ ບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ສ້າງວຽກເຮັດງານທໍາໃຫ້ປະຊາຊົນເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງຫຼວງພະບາງນໍາອີກ ເຊິ່ງໄດ້ສະແດງບົດບາດ ແລະ ຄຸນຄ່າທີ່ສໍາຄັນ ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດຂອງລາວ ແລະ ບັນດາປະເທດອ້ອມຂ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງເຮັດໃຫ້ໂຄງສ້າງເສດຖະກິດເຂັ້ມແຂງຂຶ້ນອີກດ້ວຍ.

    ທ່ານ ຫຼີຈື້ກົ່ງ ກ່າວວ່າ: ຄຽງຄູ່ກັບບັນດາໂຄງການຮ່ວມມືຂະໜາດໃຫຍ່ລະຫວ່າງສອງປະເທດ ເປັນຕົ້ນແມ່ນທາງລົດໄຟລາວ-ຈີນ ທາງດ່ວນວັງວຽງ-ວຽງຈັນ ເຂື່ອນໄຟຟ້ານໍ້າອູ ແລະ ອື່ນໆ ໄດ້ສ້າງສໍາເລັດເປັນກ້າວໆ ສົ່ງຜົນເຮັດໃຫ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໄດ້ເກີດດອກອອກຜົນຢ່າງງົດງາມ ການພັດທະນາເສດຖະກິດ-ສັງຄົມໃນເຂດພາກເໜືອຂອງລາວເວົ້າລວມ ເວົ້າສະເພາະ ນະຄອນຫຼວງພະບາງ ກໍຈະໄດ້ຮັບການກະຕຸກຊຸກຍູ້ ແລະ ພັດທະນາຢ່າງແຂງແຮງ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າ.

    ນັບຕັ້ງແຕ່ໄດ້ເລີ່ມລົງມືວາງລາງລົດໄຟຢູ່ນະຄອນຫຼວງວຽງຈັນໃນວັນທີ 27 ມີນາ 2020 ເປັນຕົ້ນມາ ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງທີ່ສໍາຄັນລະຫວ່າງການນໍາສູງສຸດຂອງສອງພັກ-ລັດ ຢ່າງຕັ້ງໜ້າ ເຊິ່ງໄດ້ເລັ່ງລັດຊຸກຍູ້ການກໍ່ສ້າງໂຄງການ ເພີ່ມທະວີການກວດກາດ້ານຄຸນນະພາບ ແລະ ຄວາມປອດໄພ ນອກຈາກນີ້ ຍັງໄດ້ຜ່ານຜ່າຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສາມາດວາງລາງລົດໄຟຮອດຫຼວງພະບາງຢ່າງສໍາເລັດຜົນ ລວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ ຜົນສໍາເລັດດັ່ງກ່າວ ເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການວາງລາງທັງໝົດໃຫ້ສຳເລັດໃນເດືອນພຶດສະພາ ແລະ ໃຫ້ທັນເປີດນຳໃຊ້ຢ່າງເປັນທາງການ ໃນເດືອນທັນວາ ປີ 2021.

    ໂຄງການລົດໄຟລາວ-ຈີນ ເປັນໂຄງການເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເປັນຍຸດທະສາດຂອງ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ”. ໂຄງການທາງລົດໄຟດັ່ງກ່າວ ມີຄວາມຍາວທັງໝົດ 422,4 ກິໂລແມັດ ກໍ່ສ້າງຕາມມາດຕະຖານເຕັກນິກຂອງຈີນ ດ້ວຍການອອກແບບຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ທັງລົດໄຟໂດຍສານ ແລະ ລົດໄຟຂົນສົ່ງສິນຄ້າ ແລ່ນດ້ວຍໄຟຟ້າ ຄາດວ່າຈະສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໃນເດືອນທັນວາ ປີ 2021.

                     # ຂ່າວ & ພາບ : ໄຊບັນດິດ

error: Content is protected !!