ບໍລິສັດແຟຊັ່ນ ELISE ມອບເຄື່ອງຊ່ວຍເຫຼືອແກ່ລາວ

    ວັນທີ 30 ທັນວາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດແຟຊັ່ນ ELISE ຈຳກັດ ຫວຽດນາມ ມອບໃຫ້ປະຊາຊົນລາວຜູ້ທີ່ຈໍາເປັນຢູ່ເຂດຊົນນະບົດ ກ່າວມອບໂດຍແມ່ນທ່ານ ນາງ ຫງວຽນ ກຸກ ແອງ ຜູ້ອໍານວຍການບໍລິສັດແຟຊັ່ນ ELISE ຈຳກັດ ຫວຽດນາມ ແລະ ກ່າວຮັບໂດຍແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງພະນັກງານທັງສອງຝ່າຍ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ແມ່ນເຄື່ອງນຸ່ງສໍາລັບແມ່ຍິງອາຍຸປະມານ 20-45 ປີ (7.909 ຊຸດ) ແລະ ເຄື່ອງນຸ່ງເດັກນ້ອຍ (2.322 ຊຸດ) ເປັນເຄື່ອງໃໝ່ຍີ່ຫໍ້ ELISE ຈຳນວນ 10.231 ຊຸດ ລວມມູນຄ່າທັງໝົດ 7,6 ຕື້ດົ່ງ ປະມານ 327,587 ໂດລາສະຫະລັດ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ພິເສດແມ່ນເພື່ອຮັດແໜ້ນຄວາມສາມັກຄີຖານສະຫາຍອ້າຍນ້ອງ ລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ.

    ໃນໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງອຳນວຍການບໍລິສັດແຟຊັ່ນ ELISE ຈຳກັດ ຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າ ເຄື່ອງຈຳນວນທີ່ໄດ້ຮັບການຊ່ວຍເຫຼືອນີ້ ທາງສະຖານທູດຈະຈັດສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອນໍາໄປມອບຕໍ່ໃຫ້ເຖິງມືຂອງປະຊາຊົນລາວຜູ້ທີ່ຈໍາເປັນຢູ່ເຂດຊົນນະບົດຢ່າງທົ່ວເຖິງ ແລະ ທັນເວລາ.

 # ຂ່າວ & ພາບ : ໄຊບັນດິດ

error: Content is protected !!