ຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ

    ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ແຈ້ງໃຫ້ຊາບວ່າ: ເຖິງແມ່ນວ່າໄລຍະຜ່ານມາ ມີຫຼາຍພາກສ່ວນໃຫ້ການບໍລິຈາກເລືອດເປັນຈຳນວນຫຼວງຫຼາຍ ແຕ່ການ ນຳໃຊ້ເລືອດໃນແຕ່ລະວັນກໍມີການສະໜອງຫຼາຍຂຶ້ນເຊັ່ນກັນ ສະເລ່ຍວັນລະ 80-100 ຖົງ ແຕ່ໃນທາງ ກັບກັນ ຜູ້ສະໝັກໃຈໃຫ້ການບໍລິຈາກເລືອດແບບສະໝັກໃຈທີ່ສູນເລືອດໃນແຕ່ລະວັນ ສະເລ່ຍບໍ່ເຖິງ 20 ຄົນ ເຊິ່ງໃນປັດຈຸບັນ ທາງສູນເລືອດແຫ່ງຊາດຂອງພວກເຮົາມີເລືອດບໍ່ພຽງພໍທີ່ຈະນຳໄປປີ່ນປົວຄົນເຈັບ.

    ດັ່ງນັ້ນ ຈີ່ງຂໍເຊີນຊວນທ່ານມາບໍລິຈາກເລືອດເພື່ອໃຫ້ມີເລືອດທີ່ປອດໄພ ແລະ ພຽງພໍຕອບສະໜອງກັບຄວາມຕ້ອງການໃສ່ເລືອດຂອງຄົນເຈັບທີ່ນັບມື້ສູງຂື້ນ.

    ທ່ານສາມາດມາບໍລິຈາກເລືອດໄດ້ທີ່ສູນເລືອດແຫ່ງຊາດ ຕຶກໃໝ່ ຊັ້ນ 2 ວັນຈັນ ເຖີງວັນອາທິດ ແຕ່ເວລາ 08:30 ເຊົ້າ-17:00 ໂມງແລງ ຂອບໃຈທີ່ທ່ານສະຫຼະເລືອດເພື່ອໃຫ້ພວກເຮົາຜ່ານວິກິດໃນຄັ້ງນີ້ໄປດ້ວຍກັນ.

    ( ໄລຍະຫ່າງ ເພດຊາຍບໍລິຈາກໄດ້ທຸກໆ 3 ເດືອນ ເພດຍິງບໍລິຈາກໄດ້ທຸກໆ 4 ເດືອນ )


                     # ຂ່າວ & ພາບ : ບຸນມີ

error: Content is protected !!