ໃນບົດປະຈຳວັນນີ້ ຜູ້ຂຽນໄດ້ສັງລວມເອົາມາດຕະການນະໂຍບາຍ ກໍຄື ຄຳສັ່ງຂອງທາງການໃນປະເທດສີລັງກາ ອີຕາລີ ແລະ ສະກອດແລນ (ອັງກິດ) ທີ່ອ່າວແປກ ແຕ່ມີຄວາມຈິງ.
ທີ່ ສີລັງກາ: ປະເທດເກາະດອນໃນອ່າວມະຫາສະໝຸດອິນເດຍ ທີ່ມີຊື່ວ່າ ສີລັງການີ້ ເປັນປະເທດທີ່ມີປະຊາກອນນັບຖືສາສະໜາພຸດ ກວມເອົາ 70% ສາສະໜາຮິນດູ 12,5% ສ່ວນພວກທີ່ນັບຖືສາສະໜາອິດສະລາມນັ້ນ ມີປະມານ 10% ຂອງຈຳນວນປະຊາກອນໃນທົ່ວປະເທດ ໃນວັນທີ 1 ຕຸລາ ປີ 2020 ນີ້ ມີຂ່າວໃຫຍ່ດັງໄກອອກມາຈາກປະເທດນີ້ວ່າ ລັດຖະບານຂອງສີລັງກາ ມີຄວາມໝາຍໝັ້ນຄັ້ນມືຈະຊຸກຍູ້ໃຫ້ຮ່າງກົດໝາຍຫ້າມຂ້າງົວໄດ້ຮັບການຮັບຮອງເອົາໂດຍລັດຖະສະພາ ພາຍຫຼັງໄດ້ມີຂໍ້ສະຫຼຸບກ່ຽວກັບການເບິ່ງແຍງລ້ຽງເກືອງົວທີ່ເກີນອາຍຸໃຊ້ງານ ແຕ່ເຫດຜົນສຳຄັນກໍແມ່ນກ່ຽວກັບການເຊື່ອຖືຢ່າງເຄັ່ງຄັດທາງສາສະໜາ ສາສະໜາຮິນດູຖືງົວເປັນສັດສັກສິດ ສ່ວນສາສະໜາພຸດນັ້ນ ກໍຖືວ່າງົວເປັນເຄົ້າກຳເນີດຂອງພະໂຕຕາມະ ຫຼື ໂຄດົມ ຊຶ່ງແມ່ນພະພຸດທະເຈົ້ານັ້ນເອງ (ໜັງສືພິມຜູ້ແທນປະຊາຊົນສະບັບ 703 5-8/10/2020) ຍ້ອນຄວາມເຄັ່ງຄັດໃນການເຊື່ອນີ້ເອງ ການຜະລິດຊີ້ນງົວໃນສີລັງກາຈຶ່ງນັບມື້ນັບຫຼຸດໜ້ອຍຖອຍລົງ ຍ້ອນການບໍລິໂພກຊີ້ນງົວຫຼຸດລົງ ສະຖິຕິຊີ້ອອກວ່າ ໃນປີ 2019 ປະລິມານການຜະລິດຊີ້ນງົວນັ້ນມີພຽງ 29.870 ໂຕນ ຂ່າວບອກວ່າ ພາຍຫຼັງໄດ້ຮັບຂໍ້ສະຫຼຸບລະອຽດຮອບດ້ານແລ້ວ ກົດໝາຍຫ້າມຂ້າງົວກໍຈະມີຜົນບັງຄັບໃຊ້ທັນທີໂລດ ແຕ່ການນຳເຂົ້າຊີ້ນງົວຈາກຕ່າງປະເທດນັ້ນຈະບໍ່ຖືກເກືອດຫ້າມ.
ທີ່ ອີຕາລີ: ໃນຂະນະທີ່ບັນດາປະເທດໃນທົ່ວໂລກໄດ້ໃຊ້ມາດຕະການບັງຄັບໃຫ້ທຸກຄົນໃຊ້ຜ້າອັດປາກອັດດັງໃນເວລາອອກຈາກເຮືອນ ຫຼື ເວລາເຄື່ອນໄຫວກິດຈະກຳສັງຄົມຕາມສະຖານທີ່ສາທາລະນະນັ້ນ ເພື່ອປ້ອງກັນພະຍາດໂຄວິດ-19 ນັ້ນ ທ່ານ ວິດໂຄຣິໂອ ສະກາບີ ເຈົ້າເມືອງ ເມືອງຊູຕຼີ ອິຕາລີ ຜັດໄດ້ອອກຄຳສັ່ງຫ້າມປະຊາຊົນໃນເມືອງຂອງຕົນໃສ່ຜ້າອັດປາກອັດດັງໃນສະຖານທີ່ສາທາລະນະ ດ້ວຍເຫດຜົນ 2 ປະການ ຄື: ໜຶ່ງ: ການໃສ່ຜ້າອັດປາກ ອັດດັງນັ້ນຂັດກັບກົດໝາຍຕ້ານການກໍ່ການຮ້າຍທີ່ຫ້າມບໍ່ໃຫ້ປະຊາຊົນປິດບັງໜ້າຕາຂອງຕົນເອງໃນສະຖານທີ່ສາທາລະນະ ສ່ວນເຫດຜົນທີສອງນັ້ນ ພົວພັນກັບດ້ານຈິດຕະສາດ ເພາະການໃສ່ຜ້າອັດປາກ ອັດດັງນັ້ນມັນສະແດງເຖິງຄວາມວິຕົກກັງວົນ ທ່ານເຈົ້າເມືອງຄົນນີ້ ຍອມຮັບວ່າ ຄວາມຄິດຂອງທ່ານເປັນເລື່ອງນອກຂອບ ແຕ່ມັນຈະສາມາດຫຼຸດຜ່ອນສະພາບຄວາມວິຕົກກັງວົນຈົນເກີນໄປກ່ຽວກັບພະຍາດໂຄວິດ-19 ທ່ານເຈົ້າເມືອງມີຄຳເຫັນຕື່ມວ່າ ການບັງຄັບໃສ່ຜ້າອັດປາກອັດດັງນັ້ນ ຄວນເຮັດໃນຂອບຈຳກັດ.
ທີ່ ສະກອດແລນ: ໃນທ້າຍເດືອນພະຈິກ 2020 ຂ່າວຕ່າງປະເທດໄດ້ລາຍງານໃຫ້ຊາບວ່າ ລັດຖະບານຂອງປະເທດສະກອດແລນໃນສະຫະລາຊະອານາຈັກອັງກິດ ໄດ້ກຳນົດນະໂຍບາຍດ້ານສະຫວັດດີການ ໃຫ້ແມ່ຍິງສາມາດເຂົ້າເຖິງຜະລິດຕະພັນທີ່ໃຊ້ເວລາເປັນປະຈຳເດືອນ ເຊັ່ນ: ຜ້າອະນາໄມ (ໂກເຕັກ) ແລະ ສິ່ງຈຳເປັນອື່ນໆໂດຍບໍ່ເສຍຄ່າ ຄາດວ່າລັດຖະບານສະກອດແລນ ຈະເປັນຜູ້ແທນຫາບງົບປະມານດ້ານນີ້ໃນຈຳນວນ 8,7 ລ້ານປອນຕໍ່ປີ (1 ປອນ ປະມານ 12.300 ກີບ).