ໄຕ້ຫວັນ ເປິດຕົວຜະລິດຕະພັນປ້ອງກັນການແຜ່ລະບາດ ໂຄວິດ-19

ໄຕ້​ຫວັນ​ຖະ­ແຫຼງ​ຄວາມ​ພ້ອມ​ດ້ານ​ການ​ຜະ­ລິດ​ອຸ­ປະ­ກອນ ແລະ ວິ­ທີ​ແກ້​ໄຂ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ (ໂຄ​ວິດ-19) ຢືນ­ຢັນ​ຄວາມ​ໝັ້ນ​ໃຈ​ໃນ​ລະ­ບົບ​ນິ­ເວດ​ການ​ຜະ­ລິດ​ອຸ­ປະ­ກອນ ແລະ ຜະ­ລິດ​ຕະ​ພັນ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ເຊັ່ນ: ຫຸ່ນ​ຍົນ​ຂ້າ​ເຊື້ອ​ພະ­ຍາດ ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາ​ທາງ­ໄກ​ຈາກ​ແພດ ເພື່ອ​ຊ່ວຍ­ເຫຼືອ​ທຸກ​ຝ່າຍ​ຕໍ່­ສູ້ ແລະ ຮັບ​ມື​ກັບ​ການ​ລະ­ບາດ​ທີ່​ຮຸນ​ແຮງ​ຂອງ​ໂຄ​ວິດ-19.

ທ່ານ ວອລ​ເຕີ ເຢ ປະ­ທານ  ແລະ ປະ­ທານ​ກຳ­ມະ­ການ​ຜູ້​ຈັດ­ການ  ສະ­ພາ​ສົ່ງ­ເສີມ​ການ​ຄ້າ ແລະ ການ​ສົ່ງ​ອອກ​ໄຕ້​ຫວັນ Taiwan External Trade Development Council (TAITRA) ເປິດ​ເຜີຍ​ວ່າ ໄຕ້​ຫວັນ ໄດ້​ສະ­ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ເຖິງ​ການ​ຮັບ​ມື​ດ້ານ​ການ​ວາງ​ກຳ­ລັງ​ການ​ຜະ­ລິດ ການ​ປະ­ຕິ­ບັດ​ການ​ທາງ​ການ​ແພດ​ຂັ້ນ​ສູງ ການ​ວາງ​ລະ­ບົບ ແລະ ການ​ປ້ອງ​ກັນ​ການ​ແຜ່​ກະ­ຈາຍ​ໂຄ​ວິດ-19 ຢ່າງ​ເປັນ​ລະ­ບົບ ແລະ ສາ­ມາດ​ຮັບ​ມື​ກັບ​ສະ­ຖາ­ນະ​ການ​ໄດ້​ຢ່າງ​ດີ.

ສະ­ພາ​ສົ່ງ­ເສີມ​ການ​ຄ້າ ແລະ ການ​ສົ່ງ​ອອກ​ໄຕ້​ຫວັນ ໄດ້​ຈັດ­ການ​ສຳ​ມະ​ນາ​ອອນ​ລາຍ​ຜ່ານ​ທາງ​ເວັບ​ໄຊ​ກັບ​ໂຮງ­ໝໍ Cheng Kung University ເພື່ອ​ເນັ້ນ​ເຖິງ​ຈຸດ​ແຂງ​ຂອງ​ໄຕ້​ຫວັນ​ໃນ​ການ​ຮັບ​ມື​ກັບ​ໂຄ​ວິດ ພ້ອມ​ກັບ​ຊຸກ­ຍູ້​ກິດ­ຈະ­ກຳ​ທາງ​ເສດ­ຖະ­ກິດ​ໃນ​ໄລ ຍະ​ເວ­ລາ​ນີ້​ດ້ວຍ ໂດຍ​ມີ​ເຈົ້າ​ໜ້າ­ທີ່​ທາງ​ການ​ແພດ​ຊາວ​ອິນ​ເດຍ ກວ່າ 14.000 ຄົນ ເຂົ້າ​ຮ່ວມ​ຟັງ​ການ​ບັນ­ຍາຍ ແລະ ໄດ້​ສຳ­ຜັດ​ກັບ​ອຸ­ປະ­ກອນ​ທີ່​ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ການ​ແພດ​ຜ່ານ​ການ­ສະ­ແດງ​ສິນ­ຄ້າ​ທາງ​ອອນ​ລາຍ ຫຼື ເອີ້ນ​ວ່າ Virtual Healthcare Pavilion ຊຶ່ງ​ມີ​ຜະ­ລິດ​ຕະ​ພັນ​ທາງ​ການ​ແພດ​ທີ່​ໄດ້​ຮັບ​ລາ­ງວັນ​ຜະ­ລິດ​ຕະ​ພັນ​ຍອດ​ຢ້ຽມ​ຂອງ​ໄຕ້​ຫວັນ​ກວ່າ 33 ລາຍ­ການ​ເຂົ້າ​ຮ່ວມ​ສະ­ແດງ​ດ້ວຍ.

ການ​ຈັດ​ງານ​ແບບ​ອອນ​ລາຍ​ດັ່ງ­ກ່າວ ຖື​ເປັນ​ການ​ຕອບ​ຮັບ​ຕໍ່​ມາດ​ຕະ­ການ​ການ​ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ ຂະ­ນະ​ທີ່​ກຸ່ມ​ຜູ້​ຊື້​ຈາກ​ຕ່າງ­ປະ­ເທດ ແລະ ຜູ້​ສົນ­ໃຈ ສາ­ມາດ​ມີ​ສ່ວນ​ຮ່ວມ ແລະ ສ້າງ​ຄວາມ​ຮູ້­ຈັກ​ກັບ​ຜະ ລິດ​ຕະ​ພັນ​ງ່າຍໆ​ພຽງ​ແຕ່​ປາຍ​ນິ້ວ ແລະ ສາ­ມາດ​ເຂົ້າ​ຊົມ​ໄດ້​ຈາກ​ທົ່ວ​ທຸກ​ມຸມ​ໂລກ ທ່ານ ວອລ​ເຕີ ເຢ ກ່າວ​ເພີ່ມ​ເຕີມ.

ທ່ານ ເສິນ ຊີ​ອີ້​ເສິນ ຜູ້­ອຳ­ນວຍ­ການ​ສຳ ນັກ​ການ​ຄ້າ​ຕ່າງ­ປະ­ເທດ​ຂອງ​ໄຕ້​ຫວັນ ໄດ້​ກ່າວ​ໃນ​ກອງ​ປະ­ຊຸມ​ວ່າ ລັດ­ຖະ­ບານ​ໄຕ້  ຫວັນ​ໄດ້​ໃຊ້​ມາດ​ຕະ­ການ​ຕ່າງໆ​ເພື່ອ​ຊ່ວຍ ເຫຼືອ​ອຸດ­ສາ­ຫະ­ກຳ​ການ​ຜະ­ລິດ​ໃນ​ການ​ຮັບ​ມື​ກັບ​ຜົນ​ກະ­ທົບ​ທີ່​ເກີດ​ຂຶ້ນ ໂດຍ​ຫາ​ຊ່ອງ ທາງ​ການ​ສົ່ງ­ເສີມ​ການ​ຂາຍ​ຜະ­ລິດ​ຕະ​ພັນ ທາງ​ການ​ແພດ​ໃນ​ຕະ­ຫຼາດ​ຕ່າງ­ປະ­ເທດ ເພື່ອ​ຊ່ວຍ​ໃຫ້​ຜູ້​ປະ­ກອບ​ການ​ໄດ້​ຮັບ​ໂອ­ກາດ ທາງ​ທຸ­ລະ​ກິດ​ໃນ​ໄລ­ຍະ​ເວ­ລາ​ທີ່​ຍາກ​ລຳ­ບາກ​ທີ່​ສຸດ​ນີ້.

ພາຍ​ໃນ​ການ​ຖະ­ແຫຼງ​ຂ່າວ ໄດ້​ມີ​ການ​ເປີດ​ຕົວ​ອຸ­ປະ­ກອນ ແລະ ຜະ­ລິດ​ຕະ​ພັນ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ COVID-19 ຈາກ​ຫຼາກ​ຫຼາຍ​ບໍ­ລິ­ສັດ ໄດ້­ແກ່​ຫຸ່ນ​ຍົນ​ຂ້າ​ເຊື້ອ​ພະ­ຍາດ​ຈາກ​ບໍ­ລິ­ສັດ Mediland ທີ່​ໃຊ້​ໃນ​ໂຮງ­ໝໍ ໂຮງ­ແຮມ ແລະ ຫຼາກ​ຫຼາຍ​ອຸດ­ສາ­ຫະ­ກຳ ອຸ­ປະ­ກອນ​ຊ່ວຍ​ໃນ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ​ຈາກ​ບໍ­ລິ­ສັດ Great Group Medical ທາງ​ອອກ​ການ​ດູ​ແລ​ສຸ­ຂະ­ພາບ​ຈາກ​ບໍ­ລິ­ສັດ APEX Medical ໜ້າ​ກາກ​ສຳ­ລັບ​ແພດ​ໃຊ້​ໃນ​ການ­ຜ່າ­ຕັດ ຈາກ Taiwan Stanch ບໍ­ລິ­ການ Telehealth ຊຶ່ງ​ເປັນ​ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາ​ທາງ­ໄກ​ຈາກ​ແພດ​ຈາກ​ບໍ­ລິ­ສັດ ONYX ອຸ­ປະ­ກອນ​ວັກ​ຊີນ ແລະ ຊຸດ​ທົດ​ສອບ​ຈາກ Medigen Vaccine Biologics ແລະ ຜະ­ລິດ​ຕະ​ພັນ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຈາກ BluSense Diagnostics.

ນອກ­ຈາກ​ນີ້ ຍັງ​ມີ​ບໍ­ລິ­ສັດ​ອີກ​ຫຼວງ­ຫຼາຍ ທີ່​ໄດ້​ເຂົ້າ​ຮ່ວມ​ເປິດ​ຕົວ ແລະ ສາ­ທິດ​ຜະ­ລິດ ຕະ​ພັນ​ໃນ​ການ​ຖະ­ແຫຼງ​ຂ່າວ​ອອນ​ລາຍ ໄດ້­ແກ່ Radiant Innovation, Tex Year, Asiatic Fiber, Advantech, IEI Integration, Rice Ear, QS Control ແລະ Kimforest  ຊຶ່ງ​ໃນ​ງານ​ຖະ­ແຫຼງ​ຂ່າວ​ອອນ​ລາຍ​ນີ້ ສາ­ມາດ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ຊົມ​ກວ່າ 200 ຄົນ​ຈາກ​ຫຼາຍ​ປະ­ເທດ ເຊັ່ນ: ຍີ່­ປຸ່ນ ມາ​ເລ​ເຊຍ ຫວຽດ­ນາມ ອິນ​ເດຍ ໄທ ຟິ​ລິບ​ປິນ ສ ເກົາ­ຫຼີ ອາ​ຟຣິ​ກາ​ໄຕ້ ອີ​ຢິບ ອົດ​ສະ​ຕຣາ​ລີ ແລະ ອື່ນໆ.

ລາ­ງວັນ Taiwan Excellence Awards ກໍ່​ຕັ້ງ​ໂດຍ​ກະ­ຊວງ​ເສດ­ຖະ­ກິດ​ໄຕ້​ຫວັນ (MOEA) ໃນ​ປີ 1993 ຜະ­ລິດ​ຕະ​ພັນ​ທີ່​ມີ​ສັນ­ຍະ­ລັກ​ນີ້ ຕ້ອງ​ຜ່ານ​ການ​ຄັດ​ເລືອກ​ຢ່າງ​ເຂັ້ມ​ງວດ ໂດຍ​ມີ​ເກນ​ການ​ພິ­ຈາ­ລະ­ນາ 4 ຫົວ­ຂໍ້​ຄື ການ​ວິ­ໄຈ ແລະ ພັດ­ທະ­ນາ ການ​ອອກ​ແບບ ຄຸນ​ນະ​ພາບ ແລະ ການ​ຕະ­ຫຼາດ​ທີ່​ຄັດ​ເລືອກ​ໂດຍ​ລັດ­ຖະ­ບານ ແລະ ຜົນ­ງານ​ທີ່​ໄດ້​ຮັບ​ລາ­ງວັນ​ນີ້ ເປັນ​ຕົວ​ແທນ​ຜະ­ລິດ​ຕະ​ພັນ​ທີ່​ສະ­ແດງ​ເຖິງ​ຄວາມ​ຍອດ​ຢ່ຽມ ແລະ ຄວາມ​ເປັນ​ເລີດ​ດ້ານ​ນະ​ວັດ­ຕະ​ກຳ ສັນ­ຍະ­ລັກ​ນີ້​ໄດ້​ຮັບ​ການ​ຍອມ­ຮັບ ແລະ ເປັນ​ທີ່​ຮູ້­ຈັກ​ທົ່ວ​ໂລກ​ຫຼາຍ​ກວ່າ 106 ປະ­ເທດ.

error: Content is protected !!