12 ຄຸນປະໂຫຍດຈາກແປ້ງເດັກ

ຄຸນ​ປະ­ໂຫຍດ 12 ຢ່າງ​ໃນ​ແປ້ງ­ເດັກ ທີ່​ຊ່ວຍ​ກຳ­ຈັດ​ບັນ­ຫາ​ຕ່າງໆ​ໃຫ້​ກັບ​ເຮົາ​ໄດ້.

1. ເຮັດ​ໃຫ້​ຂົນ​ຕາ​ໜາ​ຂຶ້ນ: ກ່ອນ​ທີ່​ຈະ​ປັດ​ມາ​ສ​ຄາ​ລ່າ ໃຫ້​ໃຊ້​ດັດ​ເຕິ​ຈຸ່ມ​ລົງ​ໄປ​ໃນ​ແປ້ງ­ເດັກ ແລະ ນຳ​ມາ​ທາ​ໃສ່​ຂົນ​ຕາ ຈະ​ຊ່ວຍ​ເຮັດ​ໃຫ້​ຂົນ​ຕາ​ໜາ ແລະ ເປັນ​ແພ​ງາມ​ຂຶ້ນ.

2. ກຳ­ຈັດ​ຄວາມ​ມັນ: ແປ້ງ­ເດັກ​ສາ­ມາດ​ດູດ​ຊັບ​ຄວາມ​ມັນ​ໄດ້​ດີ ພຽງ​ໂຮຍ​ແປ້ງ­ເດັກ​ລົງ​ໄປ.

3. ສຳ​ຫຼັບ​ເຄືອບ​ໃບ​ໜ້າ: ຫາກ​ຕ້ອງ­ການ​ໃຫ້​ໃບ​ໜ້າ​ເບິ່ງ​ສົດ­ໃສ ບໍ່​ຈຳ­ເປັນ​ຕ້ອງ​ໃຊ້​ແປ້ງ​ພັບ ພຽງ​ແຕ່​ໃຊ້​ແປ້ງ­ເດັກ​ເຄືອບ​ໄວ້​ກໍ​ພໍ.

4. ກຳ­ຈັດ​ກິ່ນ​ເໝັນ​ຈາກ​ເກີບ: ແປ້ງ­ເດັກ​ຊ່ວຍ​ໃນ​ການ​ກຳ­ຈັດ​ກິ່ນ ແລະ ສິ່ງ​ເປິ​ະ​ເປື້ອນ​ໄດ້​ດີ ພຽງ​ແຕ່​ເອົາ​ແປ້ງ­ເດັກ​ໃສ່​ໃນ​ເກີບ ແລະ ປະ​ໄວ້​ຈັກ 1 ຄືນ.

5. ປ້ອງ​ກັນ​ປຶ້ມ​ເກົ່າ: ຫາກ​ໂຮຍ​ແປ້ງ­ເດັກ​ລົງ​ໄປ​ໃນ​ປຶ້ມ​ເກົ່າ ມັນ​ຈະ​ກັບ​ມາ​ຄື​ໃໝ່​ທັນ­ທີ ເນື່ອງ​ຈາກ​ແປ້ງ​ດູດ​ຊັບ​ຄວາມ​ຊຸ່ມ​ຂອງ​ປຶ້ມ​ເກົ່າ.

6. ໃຊ້​ທາ​ຄວາມ​ສະ­ອາດ​ສັດ­ລ້ຽງ: ໃຫ້​ໂຮຍ​ແປ້ງ​ໃສ່​ຂົນ​ສັດ​ທີ່​ຕ້ອງ­ການ​ເຮັດ​ຄວາມ​ສະ­ອາດ ແປງ​ຂົນ​ໃຫ້​ຮຽບ​ຮ້ອຍ.

7. ສະ​ຜົມ​ແບບ​ແຫ້ງ: ແປ້ງ­ເດັກ​ຊ່ວຍ​ຟື້ນ​ຟູ​ເສັ້ນ​ຜົມ ພຽງ​ທາ​ແປ້ງ​ໃສ່​ເສັ້ມ​ຜົມ ແລະ ຫວີ​ໃຫ້​ຮຽບ​ຮ້ອຍ.

8. ເມື່ອ​ພື້ນ​ມີ​ສຽງ​ດັງ: ຫາກ​ພື້ນ​ໄມ້​ໃນ​ເຮືອນ​ມີ​ສຽງ​ດັງ ໃຫ້​ເອົາ​ແປ້ງ­ເດັກ​ໂຮຍ​ໃສ່​ເທິງ​ແຜ່ນ​ໄມ້​ເພື່ອ​ແກ້​ໄຂ​ບັນ­ຫາ​ນີ້.

9. ເຄື່ອງ​ປະ­ດັບ​ພັນ​ກັນ: ໃຫ້​ໂຮຍ​ແປ້ງ​ລົງ​ໄປ ແລະ ມັນ​ຈະ​ງ່າຍ​ຕໍ່​ການ​ເລື່ອນ​ອອກ​ຈາກ​ກັນ.

10. ໃຊ້​ຫຼັງ​ຈາກ​ການ​ກຳ­ຈັດ​ຂົນ: ເພື່ອ​ຫຼຸດ​ຮອຍ​ແດງ ແລະ ການ​ຄັນ​ຄາຍ​ຜິວ.

11. ໃສ່​ໃນ​ເສື້ອ​ຜ້າ: ເພື່ອ​ຮັກ­ສາ​ຄວາມ​ສະ­ອາດ ແລະ ສົດ­ຊື່ນ​ໃຫ້​ກັບ​ເສື້ອ​ເຊີດ​ສີ­ຂາວ ໃຫ້​ໂຮຍ ແປ້ງ​ລົງ​ໃສ່​ໃນ​ເສື້ອ ແລະ ແຂນ​ເສື້ອ.

12. ໂຮຍ​ລົງ​ເທິງ​ທາງ​ຍ່າງ: ຫາກ​ໃສ່​ຖົງ­ຕີນ ແລະ ລຳ­ບາກ​ຕໍ່​ການ​ຍ່າງ​ເທິງ​ພື້ນ ໃຫ້​ເອົາ​ແປ້ງ​ໂຮຍ​ໃສ່​ມັນ​ຈະ​ເປັນ​ປະ­ໂຫຍດ​ຫຼາຍ​ສຳ​ຫຼັບ​ທ່ານ.

error: Content is protected !!