ເບຍລາວ ຄືນກຳໄລໃຫ້ແກ່ລູກຄ້າ ມູນຄ່າຫຼາຍກວ່າ 8 ຕື້ກີບ

    ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ເພື່ອຮ່ວມສະຫຼອງການສ້າງຕັ້ງ ສປປ ລາວ ຄົບຮອບ 45 ປີ ບໍລິສັດ ເບຍລາວ ຈຳກັດ ຈຶ່ງໄດ້ຈັດກິດຈະກຳມອບໂຊກຄັ້ງໃຫຍ່ໃນຮອບປີ ພາຍໃຕ້ໂຄງການ “LBC Fest 2020” ລວມມູນຄ່າຂອງລາງວັນຫຼາຍກວ່າ 8 ຕື້ກີບ ໃນນັ້ນ ລາງວັນໃຫຍ່ສຸດແມ່ນລົດເກງ ຍີ່ຫໍ້ Mercedes Benz ລຸ້ນ CLA 200 ຈຳນວນ 1 ຄັນ ລາງວັນເງິນສົດ 10 ລ້ານກີບ ຈຳນວນ 200 ລາງ ວັນ ລາງວັນເງິນສົດ 5 ລ້ານກີບ ຈຳນວນ 600 ລາງວັນ ນອກຈາກນີ້ ຍັງມີລາງວັນເບຍຄາຣສະເບີກ ກະປ໋ອງ 1 ແກັດ ຈຳນວນ 2 ພັນລາງວັນ ແລະ ເບຍລາວແພັກ ຈຳນວນ 6 ພັນລາງວັນ.

    ການມອບໂຊກໃຫຍ່ຄັ້ງສຸດທ້າຍ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2020 ຜ່ານມາ ຢູ່ບໍລິສັດ ເບຍລາວ ຈຳກັດ ໂດຍການເຂົ້າຮ່ວມ ແລະ ມອບໂຊກຂອງທ່ານ ແອນໂທນີ ຄຣາກ ຜູ້ອຳນວຍການພະແນກການເງິນບໍລິສັດ ເບຍລາວ ຈຳກັດ ມີສື່ມວນຊົນຈາກຂະແໜງຕ່າງໆເຂົ້າຮ່ວມ ການມອບໂຊກຄັ້ງສຸດທ້າຍ ມີລາງວັນເງິນສົດ 5 ລ້ານກີບ ຈຳນວນ 73 ລາງວັນ ລາງວັນເງິນສົດ 10 ລ້ານກີບ ຈຳນວນ 22 ລາງ ວັນ ແລະ ລາງວັນໃຫຍ່ສຸດ ຄືລົດເກງ ຍີ່ຫໍ້ Mercedes Benz ລຸ້ນ CLA 200 ຈຳນວນ 1 ຄັນ ເຊິ່ງຜູ້ໂຊກດີທີ່ໄດ້ຮັບລາງວັນໃຫຍ່ຄື: ທ້າວ ກົງໃຈ ແກ້ວເຮືອງລິດ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

                     # ຂ່າວ & ພາບ : ຊິລິການດາ

error: Content is protected !!