ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ 2021 ນວ ເສຍຊີວິດ 5 ຄົນ

    ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2021 ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ປະຕິບັດໜ້າທີ່ຂອງຕົນຕາມແຜນການທີ່ວາງໄວ້ ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນການເກີດອຸບັດເຫດທາງຖະໜົນ ພ້ອມກັນນີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນແຕ່ລະເມືອງກໍໄດ້ຕັ້ງຈຸດກວດກາທາດເຫຼົ້າ ຄວບຄຸມຄວາມໄວ ແລະ ກວດກາທົ່ວໄປ ເຊັ່ນ: ຖະໜົນ 13 ເໜືອ 13 ໃຕ້ ແລະ ເສັ້ນທາງຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

    ນັບແຕ່ວັນທີ 30 ທັນວາ 2020 ຫາ ວັນທີ 1 ມັງກອນ 2021 ຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນປີ 2021 ຢູ່ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 28 ກໍລະນີ ມີຜູ້ເສຍຊີວິດຈຳນວນ 5 ຄົນ ຖ້າທຽບໃສ່ປີຜ່ານມາ ການເກີດອຸບັດເຫດແມ່ນເພີ່ມຂຶ້ນ 5 ກໍລະນີ ແລະ ຜູ້ເສຍຊີວິດກໍເພີ່ມຂຶ້ນ 4 ຄົນ ເມືອງທີ່ມີອຸບັດເຫດຫຼາຍກວ່າໝູ່ແມ່ນເມືອງໄຊທານີ 11 ກໍລະນີ.

                     # ຂ່າວ & ພາບ : ຊິລິການດາ

error: Content is protected !!