ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ຫາກໍເປີດໃຊ້ເປັນທາງການໃນກາງເດືອນທັນວາ 2020 ຜ່ານມາ ຖືວ່າເປັນອີກໃບໜ້າໃບຕາ ອີກຜົນສຳເລັດຂອງການພັດທະນາທາງດ້ານເສັ້ນທາງຄົມມະນາຄົມໃນປະເທດລາວເຮົາ ດັ່ງນັ້ນຈຶ່ງເປັນເລື່ອງໃໝ່ໃຫ້ກັບຄົນລາວ ກໍຄືກັບນັກຂັບຂີ່ ເຊິ່ງນັບແຕ່ເລີ່ມເປີດໃຫ້ນຳໃຊ້ລົດລອງ ແລະ ເປີດໃຫ້ບໍລິການບໍ່ພໍເທົ່າໃດອາທິດ ກໍມີຍວດຍານພາຫະນະຈຳນວນຫຼວງຫຼາຍໄປໃຊ້ບໍລິການ ຖືກໄດ້ວ່າເປັນການຕອບຮັບຈາກສັງຄົມໄດ້ເປັນຢ່າງດີ.
ເນື່ອງຈາກຍັງເປັນເລື່ອງໃໝ່ໃນປະເທດລາວເຮົາ ທາງຂະແໜງການກ່ຽວຂ້ອງ ກໍຄື ກະຊວງໂຍທາທິການ-ຂົນສົ່ງ ໄດ້ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ ເພື່ອເຮັດໃຫ້ການນຳໃຊ້ມີປະຕິທິຜົນ ໄປພ້ອມໆກັບການຮັບປະກັນຄວາມປອດໄພ.
ນັບແຕ່ມື້ເປີດນຳໃຊ້ບໍ່ພໍເທົ່າໃດອາທິດ ກໍມີຂ່າວອອກຜ່ານສື່ອອນລາຍກ່ຽວກັບການເກີດອຸບັດຕິເຫດຢູ່ທາງດ່ວນ ເຮັດໃຫ້ສັງຄົມກໍມີຄວາມຄິດເຫັນຕ່າງໆນາໆ ເຊິ່ງອຸບັດຕິເຫດທີ່ເກີດຂຶ້ນນັ້ນອາດເກີດມາຈາກປັດໄຈ ທີ່ສົ່ງຜົນໃຫ້ນັກຂັບຂີ່ທີ່ຕ້ອງເອົາໃຈໃສ່ປະຕິບັດມາດຕະການຂໍ້ຫ້າມຢ່າງເຂັ້ມງວດ.
ດັ່ງນັ້ນ ໃນຄໍລຳຈະລາຈອນມື້ນີ້ ຈຶ່ງຂໍນຳສະເໜີການຂັບຂີ່ເທິງທາງດ່ວນທີ່ຖືກກຳນົດໄວ້ໃນມາດຕາ 15 ຂອງຂໍ້ຕົກລົງສະບັບດັ່ງກ່າວ ເຊິ່ງມາດຕາດັ່ງກ່າວລະບຸວ່າ: ການຂັບຂີ່ຍານພາຫະນະຕາມຕາມທາງດ່ວນ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:
1. ຍານພາຫະນະທີ່ເຂົ້າໄປໃນທາງດ່ວນ ຕ້ອງມີປ້າຍສັນຍາລັກເຕືອນ ເພື່ອນຳໃຊ້ໃນເວລາຍານພາຫະນະເກີດມີການຕິດຂັດ ຫຼື ເປ່ເພ.
2. ຜູ້ຂັບຂີ່ຍານພາຫະນະ ແລະ ຜູ້ໂດຍສານທີ່ນຳໃຊ້ທາງດ່ວນຕ້ອງໃສ່ສາຍຮັດນີລະໄພ.
3. ໃນເວລາທີ່ຍານພາຫະນະກຳລັງຂັບເຄື່ອນ ແມ່ນບໍ່ອະນຸຍາດໃຫ້ຜູ້ໂດຍສານຢືນ ຫຼື ຖິ້ມສິ່ງຂອງອອກຈາກຍານພາຫະນະ.
4. ໃນເວລາທີ່ຍານພາຫະນະກຳລັງຂົນສົ່ງສິນຄ້າ ຫຼື ສິ່ງຂອງຕ່າງໆ ອະນຸຍາດໃຫ້ຜູ້ຂັບຂີ່ ແລະ ຜູ້ຊ່ວຍນັ່ງຕາມຈຳນວນໜຶ່ງມີໃນຫ້ອງຄົນຂັບເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ຈອດຮັບເຂົ້າຜູ້ໂດຍສານຕາມທາງດ່ວນ ທີ່ບໍ່ແມ່ນຈຸດພັກລົດຢ່າງເດັດຂາດ.
ຢ່າງໃດກໍຕາມ ການຂັບຂີ່ເທິງທາງດ່ວນນັກຂັບຂີ່ ກໍຕ້ອງເປັນເຈົ້າການປະຕິບັດຕາມຂໍ້ກຳນົດ ກົດລະບຽບໃຫ້ເຄັ່ງຄັດ ບໍ່ວ່າຈະເປັນການໃຊ້ຄວາມໄວ ການຮັກສາໄລຍະຫ່າງ ແລະ ອື່ນໆ ເພື່ອຫຼີກລ່ຽງການເກີດອຸບັດຕິເຫດ.
ໂດຍ: ເມັດຝົນ