ເນື່ອງຈາກວ່າບັນຫາການຈັບຕົວແມ່ນບັນຫາສຳຄັນ ເພາະການຈັບຕົວມັນແຕະຕ້ອງເຖິງສິດ ແລະ ເສລີພາບຂອງພົນລະເມືອງ ເວົ້າລວມ ເວົ້າສະເພາະແມ່ນສິດເສລີພາບສ່ວນບຸກຄົນ ຖ້າຫາກການດຳເນີນການຈັບຕົວບໍ່ເປັນໄປຕາມທີ່ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາກຳນົດໄວ້.
ຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາໄດ້ກຳນົດວ່າ: ການຈັບຕົວບຸກຄົນໃດໜຶ່ງ ຕ້ອງມີຄຳສັ່ງຈັບຕົວເປັນລາຍລັກອັກສອນຂອງຫົວໜ້າອົງການໄອຍະການ ຫຼື ສານ ເວັ້ນເສຍແຕ່ການຈັບຕົວໃນກໍລະນີ ການກະທຳຜິດເຊິ່ງໜ້າ ຫຼື ຮີບດ່ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 140 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.
ໃນການພິຈາລະນາອອກຄຳສັ່ງຈັບຕົວ ຫົວໜ້າອົງການໄອຍະການ ຫຼື ສານ ຕ້ອງອີງໃສ່ເງື່ອນໄຂດັ່ງນີ້: 1. ມີຄຳສັ່ງເປີດການສືບສວນ-ສອບສວນ 2. ມີການກະທຳ ຊຶ່ງເປັນການກະທຳຜິດທາງອາຍາ ທີ່ກົດໝາຍໄດ້ກຳນົດໂທດຕັດອິດສະຫຼະພາບ 3. ມີຫຼັກຖານໃນຄະດີໜັກແໜ້ນໃນການຈັບຕົວ ເຈົ້າໜ້າທີ່ຕ້ອງອ່ານຄຳສັ່ງຈັບຕົວ ພ້ອມທັງແຈ້ງຂໍ້ກ່າວຫາ ສິດ ແລະ ພັນທະໃຫ້ຜູ້ຖືກຈັບຕົວຊາບ.
ພາຍຫຼັງຈັບຕົວຜູ້ຖືກຫາແລ້ວ ເຈົ້າໜ້າທີ່ສືບສວນ-ສອບສວນ ຫຼື ພະນັກງານໄອຍະການ ຕ້ອງເອົາຄຳໃຫ້ການຂອງຜູ້ຖືກຈັບຕົວໃນທັນໃດ ແລະ ຕ້ອງລາຍງານເປັນລາຍລັກອັກສອນ ໃຫ້ຫົວໜ້າອົງການໄອຍະການຊາບ ພາຍໃນກຳນົດເວລາ 24 ຊົ່ວໂມງ ພາຍໃນກຳນົດ 24 ຊົ່ວໂມງ ນັບແຕ່ເວລາຈັບຕົວເປັນຕົ້ນໄປ ເຈົ້າໜ້າທີ່ສືບສວນ-ສອບສວນ ຫຼື ພະນັກງານໄອຍະການ ຕ້ອງລົງຄຳເຫັນວ່າ ຈະປ່ອຍຕົວ ຫຼື ຈະກັກຂັງພາງ ການດຳເນີນການຈັບຕົວຕ້ອງດຳເນີນໄປດ້ວຍວິທີ ແລະ ຮູບການອັນເໝາະສົມກັບລັກສະນະຂອງການກະທຳຜິດ ແລະ ຜູ້ຖືກຈັບຕົວ ບໍ່ອະນຸຍາດໃຫ້ທຸບຕີ ຫຼື ທໍລະມານຜູ້ຖືກຈັບຕົວ.
ການຈັບຕົວບໍ່ວ່າຈະແມ່ນກໍລະນີໃດ ຕ້ອງແຈ້ງໃຫ້ຄອບຄົວ ອົງການປົກຄອງບ້ານ ສຳນັກງານ ອົງການ ຫຼື ວິສາຫະກິດ ທີ່ຜູ້ກ່ຽວສັງກັດຢູ່ຊາບ ພາຍໃນເວລາ 24 ຊົ່ວໂມງ ພ້ອມທັງແຈ້ງສະຖານທີ່ກັກຂັງ ຕົວຢ່າງ: ທ້າວ ໂຈກ ໄດ້ຕີ ທ້າວ ນອດ ແລ້ວຜູ້ກ່ຽວກໍໄດ້ຫຼົບໜີ ມື້ຕໍ່ມາຜູ້ກ່ຽວກໍຖືກຈັບຕົວຢູ່ທີ່ເຮືອນຂອງຕົນ ກໍລະນີດັ່ງກ່າວນີ້ ແມ່ນການຈັບຕົວໃນກໍລະນີທຳມະດາ ໝາຍຄວາມວ່າບໍ່ແມ່ນການກະທຳຜິດເຊິ່ງໜ້າ ແລະ ຮີບດ່ວນ ສະນັ້ນ ເຈົ້າໜ້າທີ່ຕ້ອງປະຕິບັດຕາມວິທີ ແລະ ຮູບການອັນເໝາະສົມຕໍ່ຜູ້ກ່ຽວ ມີບາງກໍລະນີອາດຈະມີການຈັບຕົວຕາມການລາຍງານຂອງຜູ້ຖືກເສຍຫາຍ ຫຼື ພໍ່ແມ່ ຍາດຕິພີ່ນ້ອງຂອງຜູ້ເສຍຫາຍ ໂດຍບໍ່ມີຄຳສັ່ງຈັບຕົວຢ່າງເປັນລາຍລັກອັກສອນ ໃນກໍລະນີ້ເຫັນວ່າເປັນການດຳເນີນການທີ່ບໍ່ຖືກຕ້ອງຕາມກົດໝາຍ.
ສຳລັບການຈັບຕົວ ການກັກຕົວ ຫຼື ການກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍນັ້ນ ໃນມາດຕາ 217 ຂອງປະມວນກົດໝາຍອາຍາ ໄດ້ກຳນົດວ່າ: ບຸກຄົນໃດຫາກຈັບຕົວ ກັກຕົວ ຫຼື ກັກຂັງບຸກຄົນອື່ນ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕຳນິວິຈານຕໍ່ໜ້າມະຫາຊົນ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ຫຼື ລົງໂທດຕັດອິດສະຫຼະພາບ ແຕ່ 1 ປີ ຫາ 3 ປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 15.000.000 ກີບ.
ໃນກໍລະນີທີ່ການກະທຳຜິດ ມີການຈັດຕັ້ງເປັນກຸ່ມ ມີການສວຍໃຊ້ໜ້າທີ່ຕຳແໜ່ງກະທຳຜິດຫຼາຍກວ່າໜຶ່ງຄັ້ງ ກະທຳຜິດຫຼາຍກວ່າໜຶ່ງຄົນ ຫຼື ຕໍ່ບຸກຄົນທີ່ກຳລັງປະຕິບັດໜ້າທີ່ທາງການ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ.
ໂດຍ: ໄມ້ງັດ