ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດສຳມະນາຫົວຂໍ້: ການເຂົ້າເຖິງແຫຼ່ງທຶນຂອງຂະແໜງກະສິກຳ ແລະ ການເຂົ້າເຖິງຕະຫຼາດໃນຮ້ານສະດວກຊື້ ພາຍໃຕ້ໂຄງການຮ່ວມມືພັດທະນາສົ່ງເສີມໂຄສະນາສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາຊ່ອງທາງໃນການຈຳໜ່າຍ ແລະ ປັບປຸງສິນຄ້າໃຫ້ແທດເໝາະຕາມຄວາມຕ້ອງການຂອງຕະຫຼາດ ຂຶ້ນວັນທີ 30 ທັນວາ 2020 ຢູ່ສູນການຄ້າລາວ-ໄອເຕັກ ໂດຍເປັນປະທານຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ມີ ຕາງໜ້າຈາກບັນດາບໍລິສັດ ຫ້າງຮ້ານ ແລະ ຜູ້ປະກອບການທຸກລະກິດເຂົ້າຮ່ວມ.
ໂອກາດນີ້ ທ່ານ ບຸນເລີດ ຫຼວງປະເສີດ ໄດ້ຂຶ້ນສະເໜີຫົວຂໍ້ກ່ຽວກັບໂຄງການດັ່ງກ່າວ ເປັນຕົ້ນໂຄງການທຶນໂຕແບບ ການເຂົ້າເຖິງແຫຼ່ງທຶນທີ່ ສຄອຊ ໃຫ້ການຊຸກຍູ້ສົ່ງເສີມວ່າ: ໂຄງການນີ້ມີເປົ້າໝາຍເພື່ ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດຮ່ວມກັນ ໃຫ້ແກ່ຜູ້ປະກອບການ ໂດຍສະເພາະແມ່ນສະມາຊິກ ສຄອຊ ສ້າງເງື່ອນໄຂການອຳນວຍຄວາມດວກໃນການເຂົ້າຫາແຫຼ່ງທືນໃຫ້ໄດ້ງ່າຍຂຶ້ນ ສ້າງຄວາມເຊື່ອໝັ້ນໃຫ້ແກ່ທະນາຄານ ແລະ ສະຖາບັນການເງິນ ຮັບປະກັນຜູ້ກູ້ຢືມສາມາດຊໍາລະດອກເບ້ຍ ແລະ ຕົ້ນທຶນໃຫ້ແກ່ທະນາຄານ ສ້າງສິ່ງອຳນວຍຄວາມສະດວກໃຫ້ການຜະລິດເປັນສິນຄ້າ ແລະ ຊ່ວຍເຊື່ອມໂຍງຜູ້ປະກອບການເຂົ້າສູ່ຕະຫຼາດ ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ທັງເປັນການສ້າງເປັນບົດຮຽນເພື່ອຕໍ່ຍອດການພັດທະນາເປັນກົນໄກທີ່ຖາວອນໃນຂັ້ນຕໍ່ໄປ ພ້ອມນັ້ນ ໃນໂຄງການດັ່ງກ່າວ ສຄອຊ ຍັງເປັນຜູ້ປະສານງານຫຼັກ ໃນການລະດົມ ຊອກຫາ ຄັດເລືອກ ແລະ ເຊີນເອົາກຸ່ມຜູ້ຜະລິດ ກຸ່ມຜູ້ສະໜອງເຕັກນິກ ກຸ່ມຜູ້ຊື້ ແລະ ກຸ່ມຜູ້ສະໜອງທຶນທີ່ເປັນສະມາຊິກຂອງ ສຄອຊ ມາເຂົ້າຮ່ວມນຳໂຄງການ ແລະ ຈະເປັນຜູ້ປະສານງານຫຼັກໃນການຂັບເຂື່ອນກົນໄກການປະສານງານຕ່າງໆ ເພື່ອແນໃສ່ການສົ່ງເສີມຜູ້ຜະລິດໃຫ້ມີເຕັກນິກທີ່ໄດ້ມາດຕະຖານ ທັງເປັນການຊ່ວຍຕິດຕາມການດຳເນີນກິດຈະການ ແລະ ຜະລິດໄດ້ຕາມຄວາມຕ້ອງການຂອງຕະຫຼາດ ຮັບປະກັນການສ້າງລາຍຮັບເພື່ອທົດແທນຄືນທະນາຄານ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສະຖາບັນການເງິນ ຫຼື ທະນາຄານ ໃນການສະໜອງທຶນກູ້ຢືມ ແລະ ອື່ນໆ.
ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ສົນທະນາຖາມ-ຕອບ ກ່ຽວກັບການນຳສະເໜີຄວາມສຳຄັນໃນວຽກງານການຄ້າທາງເອເລັກໂຕຣນິກ ການສະເໜີນະໂຍບາຍສົ່ງເສີມການຄ້າລາວເຂົ້າຮ້ານ Mini big c ແລະ ມາດຖານເງື່ອນໄຂໃນການເຂົ້າຫາຕະຫຼາດຂອງລາວ ເພື່ອສ້າງໂອກາດໃຫ້ຜູ້ທີ່ສົນໃຈໄດ້ເຂົ້າມາຮ່ວມທຸລະກິດນຳກັນຫຼາຍຂຶ້ນ.

# ຂ່າວ & ພາບ: ລັດເວລາ