ເປີດໂຕປຶ້ມ “ທ່ານ ເລວັນຫຽນ” ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ

    ພິທີຖະແຫຼງຂ່າວກ່ຽວກັບປຶ້ມ “ທ່ານ ເລວັນຫຽນ” ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ຈັດຂຶ້ນ ວັນທີ 30 ທັນວາ 2020 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຖະ ແຫຼງຂ່າວ ມີທ່ານ ສິງທອງ ສິງຫາປັນຍາ ອະດີດຫົວໜ້າຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ ທ່ານ ວິວັນ ຈັນທະໂຄດ ອຳນວຍການ-ຫົວໜ້າບັນນາທິການ ສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີແຂກທີ່ຖືກເຊີນ ພ້ອມສື່ມວນຊົນລາວ ແລະ ຫວຽດນາມເຂົ້າຮ່ວມ.

    ທ່ານ ສິງທອງ ສິງຫາປັນຍາ ກ່າວວ່າ: ປຶ້ມ “ທ່ານ ເລວັນຫຽນ” ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດພິມອອກສູ່ເພື່ອນຜູ້ອ່ານ ໃນປີ 2020 ເພື່ອແນໃສ່ປະກອບສ່ວນເຂົ້າໃນຂະບວນການທົ່ວພັກ ທົ່ວປວງຊົນລາວທັງຊາດ ທີ່ກໍາລັງສະເຫຼີມສະຫຼອງຄໍານັບຮັບຕ້ອນບັນດາວັນບຸນໃຫຍ່ຂອງຊາດລາວຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (1950-2020) ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (1955-2020) ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (1975-2020) ແລະ ພິເສດແມ່ນວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 100 ປີ (1920-2020).

    ປື້ມ“ທ່ານ ເລວັນຫຽນ” ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ພິມອອກຕາມແຜນການທີ່ສ້າງມາ ນີ້ແມ່ນຜົນງານໃນການປະສານງານລະຫວ່າງກຸ່ມຜູ້ຂຽນ ກັບສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ປຶ້ມມີຄວາມໜາ 129 ໜ້າ ລວມທັງໜ້າປົກ ພິມໃສ່ວັດສະດຸທີ່ດີ ຂະໜາດ 17ຊມ x 26 ຊມ ໄດ້ນໍາເອົາບັນດາຂໍ້ມູນ ຮູບພາບທີ່ຕິດພັນກັບເນື້ອໃນ ເພື່ອປະກອບໃຫ້ເພື່ອນຜູ້ອ່ານເຂົ້າໃຈງ່າຍ. ເນື້ອໃນຂອງປື້ມ ປະກອບດ້ວຍ 3 ພາກສ່ວນທີ່ສໍາຄັນ ເພື່ອຕອບບັນຫາທີ່ໄດ້ຍົກຂຶ້ນມາ ແລະ ຈັດເປັນກຸ່ມເຊັ່ນ: ທ່ານທູດ ເລວັນຫຽນ ແມ່ນໃຜ ທ່ານທູດ ເລວັນຫຽນ ຢູ່ລາວເປັນແນວໃດ ແລະ ມີຄວາມຮູ້ກ່ຽວກັບທ່ານທູດ ເລວັນຫຽນ ຢູ່ລາວ.

​                              # ຂ່າວ & ພາບ: ຊິລິການດາ

error: Content is protected !!