ລັດຖະບານ ປະດັບຫຼຽນໃຫ້ທ່ານ ຈັນທອນ ສິດທິໄຊ

    ພິທີປະດັບຫຼຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດ ໃຫ້ທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານບໍລິສັດປີໂຕຣລຽມ ເທຣດດິງລາວ ມະຫາຊົນ ເນື່ອງໃນໂອກາດແຫ່ງການຈັດຕັ້ງ ແລະ ເຄື່ອນໄຫວ ຄົບຮອບ 10 ປີ ຈັດຂຶ້ນວັນທີ 29 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຕາງໜ້າໃຫ້ລັດຖະບານລາວ ໃຫ້ກຽດປະດັບໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ທ່ານ ສຈ ປອ ອ໊ອດ ພົງສະຫວັນ ຜູ້ກໍ່ຕັ້ງກຸ່ມບໍລິສັດພົງສະຫວັນ ທ່ານ ຄຳເຜີຍ ແກ້ວກິນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຫວຽດນາມ ບັນດາຜູ້ບໍລິຫານກຸ່ມບໍລິສັດພົງສະຫວັນ ບໍລິສັດປີໂຕຣລຽມ ເທຣດດິງລາວ ມະຫາຊົນ ນັກທຸລະກິດ ຕາງໜ້າທູຕານຸທູດ ອົງກາຍຈັດຕັ້ງສາກົນປະຈຳລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ບໍລິສັດປີໂຕຣລຽມ ເທຣດດິງລາວ ມະຫາຊົນ ມີຈຸດເດັ່ນສະໜອງນໍ້າມັນເຊື້ອໄຟໃຫ້ປະຊາຊົນ ແລະ ຜູ້ຊົມໃຊ້ແຕ່ລະປີຫຼາຍກວ່າ 143 ລ້ານລິດ ຜ່ານສະຖານີ 118 ແຫ່ງ ມີ 5ສາຂາໃນທົ່ວປະເທດ ມີຄັງສຳຮອງນໍ້າມັນ 5 ແຫ່ງ ບັນຈຸນໍ້າມັນໄດ້ 5,5 ລ້ານລິດ ເປັນບໍລິສັດທຳອິດຂອງລາວ ທີ່ໄດ້ຮັບຮອງຄຸນນະພາບການບໍລິການດີເດັ່ນ ແລະ ໄດ້ມາດຖານສາກົນ ປັດຈຸບັນມີລົດຂົນສົ່ງບໍລິການນໍ້າມັນ 200 ກວ່າຄັນ ມີບໍລິສັດຂວັນໃຈການຄ້າ ຂາເຂົ້າ-ຂາອອກ ຈຳກັດ ໄດ້ນຳເອົາສິນຄ້າຊົມໃຊ້ໃນຊີວິດປະຈຳວັນ ປະເພດເຄື່ອງບໍລິໂພກທີ່ຫຼາກຫຼາຍ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດໄດ້ຫຼາຍກວ່າ 20.000 ກວ່າຮ້ານໃນທົ່ວປະເທດ ແລະ ອື່ນໆ.

 # ຂ່າວ & ພາບ : ສົມສະຫວັນ

error: Content is protected !!