ມອບ-ຮັບໜ້າທີ່ປະທານອົງການກວດກາລັດ ຫົວໜ້າຄະນະຈັດຕັ້ງ ນວ ຜູ້ເກົ່າ-ຜູ້ໃໝ່

    ພິທີມອບ-ຮັບໜ້າທີ່ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ແລະ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ (ນວ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 31 ທັນວາ 2020 ທີ່ຫ້ອງວ່າການປົກຄອງ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານຄໍາສັ່ງ ແລະ ມະຕິຕົກລົງວ່າ: ອີງຕາມມາດຕາ 19 ແລະ ມາດຕາ 20 ໝວດທີ IV ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2015 ກ່ຽວກັບພາລະບົດບາດ ສິດ ແລະ ໜ້າທີ່ຂອງເຈົ້າແຂວງ ເຈົ້າຄອງ ນວ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ນວ ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກ ນວ ຄັ້ງທີ 1 ສະໄໝທີ VII ອີງຕາມມະຕິກອງປະຊຸມສະພາປະຊາຊົນ ນວ ຊຸດທີ I ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງປະທານອົງການກວດກາລັດ ນວ ແລະ ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງຄະນະຈັດຕັ້ງ ນວ ເຈົ້າຄອງ ນວ ອອກຂໍ້ຕົກລົງແຕ່ງຕັ້ງ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ຮັບຕໍາແໜ່ງໃໝ່ເປັນປະທານອົງການກວດກາລັດ ນວ ເນື່ອງຈາກວ່າທ່ານ ລາດຊະນີວົງ ອາມະຣະທິທາດາ ປະທານອົງການກວດກາລັດ ນວ ຜູ້ເກົ່າຮັບອຸດໜູນບໍານານ ແລະ ແຕ່ງຕັ້ງທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ຮັບຕໍາແໜ່ງໃໝ່ເປັນຫົວໜ້າຄະນະຈັດຕັ້ງ ນວ ເນື່ອງຈາກວ່າທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງຜູ້ເກົ່າ ໄປປະຈໍາການຢູ່ສະພາປະຊາຊົນ ນວ ເພື່ອສືບຕໍ່ປະຕິບັດໜ້າທີ່ເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ I ນວ.

​  # ຂ່າວ & ພາບ: ຂັນທະວີ

error: Content is protected !!