ຂ່າວດີ ຄາດວ່າຕົ້ນປີ 2021 ຈະຮັບວັກແຊງຊ່ວຍເຫຼືອຈາກກາວີ ສາມາດສັກໃຫ້ປະຊາກອນໄດ້ເກືອບ 1,4 ລ້ານຄົນ

    ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງຂ່າວກ່ຽວກັບຄວາມຄືບໜ້າດ້ານການນຳໃຊ້ວັກແຊງປ້ອງກັນໂຄວິດ-19 ໃນ ສປປ ລາວ ໃນວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສຳລັບ ສປປ ລາວ ແມ່ນມີ 4 ແຫຼ່ງທີ່ໄດ້ພົວພັນ ແຕ່ມີ 3 ແຫຼ່ງທີ່ລາວເຮົາໄດ້ຮັບການຊ່ວຍເຫຼືອວັກແຊງ ຄື: ວັກແຊງ SINOPHARM ຈາກ ສປ ຈີນ ວັກແຊງ SPUTNIK V ຈາກຣັດເຊຍ ແລະ ວັກແຊງທີ່ໄດ້ຈາກ COVAX FACILITY GAVI ສ່ວນວັກແຊງ SINOVAC ຈາກ ສປ ຈີນ (ໄດ້ພົວພັນ ແຕ່ບໍ່ໄດ້ຮັບການຊ່ວຍເຫຼືອ) ທັງໝົດ ເປັນວັກແຊງທີ່ຮັບຮອງຈາກອົງການອະນາໄມໂລກໃນບັນຊີໃຊ້ພາວະສຸກເສີນ.

    ປັດຈຸບັນ ສປ ຈີນ ໄດ້ມອບວັກແຊງ SINOPHARM ຈຳນວນ 2.000 ໂດສເພື່ອນໍາໃຊ້ສັກໃນກໍລະນີສຸກເສີນ ສປປ ລາວ ເຮົາແມ່ນໄດ້ເລີ່ມສັກຮອບທີ 1 ໃຫ້ຜູ້ອາສາສະໝັກ ພະນັກງານແພດໝໍຈຳນວນໜຶ່ງ ທີ່ປະຕິບັດງານປ້ອມດ່ານໜ້າທີ່ພົວພັນກັບຄົນເຈັບເປັນພະຍາດ ແລະ ເຫັນວ່າໄດ້ຮັບຜົນດີ ແລະ ຍັງບໍ່ພົບມີຜູ້ໄດ້ຮັບຜົນຂ້າງຄຽງຈາກວັກຊີນດັ່ງກ່າວ. ພ້ອມນັ້ນ ສະຫະພັນຣັດເຊຍຈະໃຫ້ການຊ່ວຍເຫຼືອວັກແຊງ SPUTNIK V ເບື້ອງຕົ້ນ ໃຫ້ແກ່ ສປປ ລາວ ຈຳນວນ 500 ໂດສ ເຊິ່ງຈະເດີນທາງມາເຖິງ ສປປ ລາວ ໃນວັນ 2 ມັງກອນ 2021 ນີ້ ນອກຈາກນັ້ນ ກະຊວງສາທາລະນະສຸກໄດ້ຮ່ວມມືກັບກະຊວງການເງິນ ໄດ້ສົ່ງແຜນຂໍການຊ່ວຍເຫຼືອດ້ານວັກແຊງປ້ອງກັນໂຄວິດ-19 ໃຫ້ COVAX FACILITY GAVI ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບຄໍາຕອບວ່າ ໄດ້ເປັນ 1 ໃນ 92 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອລ້າວັກແຊງຕ້ານໂຄວິດ-19 ໃນປີ 2021 ຄາດຄະເນປະມານ 15 ຫາ 20% ຂອງປະຊາກອນທັງໝົດ ຫຼື ເທົ່າກັບ 1,4 ລ້ານຄົນ ຄາດວ່າຈະໄດ້ຮັບ ແລະ ເລີ່ມສັກວັກແຊງທີ່ໄດ້ຮັບຈາກ COVAX FACILITY GAVI ພາຍໃນເດືອນເມສາ 2021 ຍ້ອນແມ່ນການສັກວັກແຊງແກ້ໄຂພາວະສຸກເສີນການລະບາດຂອງພະຍາດ ຈຶ່ງໄດ້ສຸມໃສ່ກຸ່ມທີ່ມີຄວາມສ່ຽງສູງ ຫາປານກາງ ເຊັ່ນ: ແພດໝໍ ພະຍາບານທັງໝົດ ລວມທັງສູນກາງ ແລະ ທ້ອງຖິ່ນພາຍໃນຂະແໜງສາທາລະນະສຸກ ໂຮງໝໍທະຫານ ໂຮງໝໍຕໍາຫຼວດ ອາສາສະໝັກແພດບ້ານ ອາສາສະໝັກສັງຄົມສົງເຄາະ ຜູ້ສູງອາຍຸ ຜູ້ມີພະຍາດປະຈຳຕົວ ແຕ່ບໍ່ນອນໃນຂໍ້ຫ້າມສັກວັກແຊງ ຜູ້ອອກແຮງງານເຄື່ອນຍ້າຍ ຜູ້ເດີນທາງເຂົ້າອອກ ແລະ ແຮສຸກເສີນ.

    ກະຊວງສາທາລະນະສຸກ ທະນາຄານໂລກ ອົງການອະນາໄມໂລກ ແລະ ອຸຍນິເຊັບ ໄດ້ຮ່ວມມືປະເມີນງົບປະມານຄວາມຕ້ອງການໃນການຈັດຫາ ແລະ ນໍາໃຊ້ວັກແຊງ ສັກຄົບໂດສ ໃຫ້ຜູ້ໜຶ່ງສະເລ່ຍເປັນເງິນ 17,74 ໂດລາສະຫະລັດ ຖ້າສັກໃຫ້ໄດ້ທຸກຖ້ວນໜ້າ ປະເມີນງົບປະມານທີ່່ຕ້ອງການທັງໝົດ ເກືອບ 100 ລ້ານໂດລາ.

​                              # ຂ່າວ & ພາບ: ເພັດສະໝອນ

error: Content is protected !!