ທົບທວນຄືນ ໝາກຜົນການພົວພັນຮ່ວມມືມິດຕະພາບລະຫວ່າງ ສປປ ລາວ ກັບແຂວງຢຸນນານ ສປ ຈີນ

     ກອງປະຊຸມວິຊາການ ຂອງຄະນະປະສານງານຮ່ວມມືພາກເໜືອ ສປປ ລາວ ກັບແຂວງຢູນນານ ສປ ຈີນ ຄັ້ງທີ XI ຈັດຂຶ້ນວັນທີ 29 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຮູບແບບກອງປະຊຸມທາງໄກ (Video Conference) ໂດຍເປັນປະທານຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ ທ່ານ Zhao Bo ຮອງຫົວໜ້າຫ້ອງການໜຶ່ງແລວ ໜຶ່ງເສັ້ນທາງ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ແລະ ທ່ານ ZHAO Wenyu ທີ່ປືກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ມີຄະນະຜູ້ແທນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກທີ່ຖືກເຊີນທັງສອງຝ່າຍເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ທົບທວນຄືນ ໝາກຜົນການພົວພັນຮ່ວມມືມິດຕະພາບອັນດີງາມ ລະຫວ່າງ ສປປ ລາວ ກັບແຂວງຢູນນານ ສປ ຈີນ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງລາວ ກັບແຂວງຢູນນານ ທີ່ເຄີຍມີມາ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ປະຈັກຕາ ສາມາດຢືນຢັນໄດ້ວ່າ ກົນໄກການຮ່ວມມືລະຫວ່າງພາກເໜືອລາວກັບແຂວງຢູນນານ ທີ່ໄດ້ສ້າງຕັ້ງຂື້ນແຕ່ປີ 2004 ເປັນຕົ້ນມາຮອດປັດຈຸບັນ ແມ່ນຄົບຮອບ 16 ປີເຕັມພໍດີ ໃນກອງປະຊຸມ ຫົວໜ້າຄະນະຜູ້ແທນຂອງທັງສອງຝ່າຍ ຕ່າງກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ສອງຝ່າຍໄດ້ຕີລາຄາສູງຕໍ່ສະພາບຄວາມຄືບໜ້າ ແລະ ຜົນສຳເລັດໃນການຮ່ວມມື ນັບແຕ່ກອງປະຊຸມຄັ້ງທີ X ຂອງຄະນະປະສານງານຮ່ວມມືພາກເໜືອລາວ ກັບແຂວງຢູນນານ ໃນເດືອນພະຈິກ 2019 ພ້ອມທັງສະເໜີຈຸດສຳຄັນໃນຂອບການຮ່ວມມືສອງຝ່າຍໃນຕໍ່ໜ້າ ຈົນຮອດກອງປະຊຸມຄັ້ງທີ XII ກອງປະຊຸມຄັ້ງນີ້ ໄດ້ເປິກສາຫາລືຕໍ່ກັບບັນຫາທີ່ຍັງຄ້າງຄາ ບົດຮຽນທີ່ຖອດຖອນໄດ້ ເພື່ອຈະພ້ອມກັນພິຈາລະນາ ແລະ ແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດຂອງບັນດາ 6 ກຸ່ມວຽກການຮ່ວມມືທີ່ຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!