ສຳນັກບຸຄະລາກອນ ເຊິ່ງເປັນໜ່ວຍງານດ້ານການວາງແຜນ ແລະ ບໍລິຫານງານບຸຄະລາກອນ ແລະ ອັດຕາກຳລັງໃນພາກລັດຂອງຍີ່ປຸ່ນ ໄດ້ສະເໜີຕໍ່ລັດຖະບານໃຫ້ພິຈາລະນາຂະຫຍາຍອາຍຸກະສຽນຂອງຂ້າລາຊະການ ແລະ ເຈົ້າໜ້າທີ່ລັດຈາກປັດຈຸບັນທີ່ 60 ປີ ໂດຍໃຫ້ເພີ່ມອາຍຸກະສຽນເປັນຂັ້ນໆ ໂດຍທຸກ 3 ປີ ເພີ່ມອາຍຸກະສຽນ 1 ປີ ເລີ່ມຕັ້ງແຕ່ປີງົບປະມານ 2021 ຈົນເຖິງອາຍຸກະສຽນສູງສຸດທີ່ 65 ປີ ໃນປີງົບປະມານປີ 2033.
ສາເຫດທີ່ຕ້ອງເຮັດເຊັ່ນນີ້ ກໍເພື່ອຫຼຸດພາລະງົບປະມານເລື່ອງເງິນບຳນານ ເຊິ່ງເຈົ້າໜ້າທີ່ລັດຂອງຍີ່ປຸ່ນຈະໄດ້ຮັບບຳນານ 70% ຂອງອັດຕາເງິນເດືອນສຸດທ້າຍ ເມື່ອອາຍຸຄົບ 60 ປີ ໂດຍຫາກຂະຫຍາຍອາຍຸກະສຽນອອກໄປ ກໍຈະເຮັດໃຫ້ລັດຖະບານຈ່າຍເງິນບຳນານຊ້າລົງ ແຜນການດັ່ງກ່າວ ໄດ້ສະເໜີໃຫ້ລັດຖະສະພາຍີ່ປຸ່ນພິຈາລະນາໃນສະໄໝປະຊຸມ ເມື່ອວັນທີ 28 ມັງກອນທີ່ຜ່ານມາ.
ຢ່າງໃດກໍຕາມ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ໄດ້ສະເໜີໃຫ້ເລື່ອນການສະເໜີຮ່າງແຜນການນີ້ຕໍ່ລັດຖະສະພາອອກໄປກ່ອນ ເພາະກັງວົນວ່າ ຈະສົ່ງຜົນກະທົບທາງລົບຕໍ່ການເລືອກຕັ້ງທ້ອງຖິ່ນໃນເດືອນເມສາ ແລະ ການເລືອກຕັ້ງວຸດທິສະພາໃນເດືອນກໍລະກົດ ເນື່ອງຈາກຄາດວ່າ ຈະຖືກນຳໄປເປັນປະເດັນວິພາກວິຈານຈາກທັງພັກຝ່າຍຄ້ານ ແລະ ສາທາລະນະຊົນ.
ຜົນການສຳຫຼວດທີ່ຈັດຂຶ້ນໂດຍລັດຖະບານຍີ່ປຸ່ນ ຊີ້ແຈງວ່າ ປະມານ 30% ຂອງຜູ້ຕອບການສອບຖາມ ຕ້ອງການຈະເຮັດວຽກຕໍ່ໄປຫຼັງຈາກອາຍຸ 60 ປີ ໂດຍຜູ້ຕອບການສຳຫຼວດ 30,7% ລະບຸວ່າ ຕ້ອງການເຮັດວຽກຈົນເຖິງໄລຍະອາຍຸ 61-65 ປີ ຂະນະທີ່ 21,5% ຕອບວ່າ 66-70 ປີ ແລະ ມີພຽງ 18,8% ທີ່ວ່າຢາກຈະກະສຽນເມື່ອອາຍຸ 51-60 ປີ.
ສຳລັບເຫດຜົນທີ່ຕ້ອງການເຮັດວຽກໄປຈົນເຖິງອາຍຸສູງກວ່າ 66 ປີນັ້ນ 28,9% ຕອບວ່າ ເປັນເພາະຢາກໃຊ້ຊີວິດໂດຍບໍ່ຕ້ອງກັງວົນເລື່ອງເງິນ ຂະນະທີ່ 24,9% ຕອບວ່າ ຫາກບໍ່ເຮັດວຽກອາດບໍ່ມີເງິນພໍໃຊ້ຈ່າຍ ແລະ 16,9% ຕອບວ່າ ເພາະຮັກການເຮັດວຽກ.
ສັງຄົມຍີ່ປຸ່ນທີ່ມີຜູ້ສູງອາຍຸຫຼາຍກວ່າ 1 ໃນ 4 ຂອງປະຊາກອນທັງປະເທດ ເຮັດໃຫ້ລັດຖະບານມີພາລະງົບປະມານຢ່າງໜັກ ທັງເງິນບຳນານ ສະຫວັດດີການ ການປິ່ນປົວໃນໂຮງໝໍ ແລະ ເງິນກອງທຶນສຳຮອງລ້ຽງຊີບ.
ກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນລະບຸວ່າ ທາງກະຊວງມີແຜນຈະທົບທວນລະບົບຂອງລັດ ເພື່ອໃຫ້ສາມາດຮອງຮັບຈຳນວນຜູ້ສູງອາຍຸທີ່ເພີ່ມຂຶ້ນໄດ້.
ວ. ດາລາວົງ – ນຳສະເໜີ