ສາມອົງການຈັດຕັ້ງມະຫາຊົນ ສະພາແຫ່ງຊາດປະກອບສ່ວນຊ່ວຍເຫຼືອສັງຄົມ

    ສາມອົງການຈັດຕັ້ງມະຫາຊົນ ສະພາແຫ່ງຊາດ ປະກອບສ່ວນຊ່ວຍເຫຼືອ ເຄື່ອງອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 20 ລ້ານກີບ ໃຫ້ອົງການກາແດງລາວ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ແລະ ຜູ້ປ່ຽວ ພອຍ ດ້ອຍໂອກາດທີ່ຢູ່ຫ່າງໄກສອກຫຼີກ.

    ພິທີມອບຮັບເຄື່ອງຈຳນວນດັ່ງກ່າວ ຈັດຂຶ້ນທີ່ອົງການກາແດງລາວ ວັນທີ 30 ທັນວາ 2020 ຕ່າງໜ້າມອບ ທ່ານ ສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ຕາງໜ້າຮັບທ່ານ ຄຳ ຮຸງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

error: Content is protected !!