ນັກວິໄຈພັດທະນາການທົດລອງ ກວດເລືອດຫາ “ອັລໄຊເມີ” ໄປໄດ້ອີກຂັ້ນ

ໃນ​ອະ­ນາ­ຄົດ ແພດ​ອາດ​ວິ­ນິດ​ໄສ​ຫາ​ໂລກ​ອັລ​ໄຊ​ເມີ​ໄດ້​ງ່າຍ​ຂຶ້ນ ໂດຍ​ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ຜົນ​ການ​ສຶກ​ສາ​ຊິ້ນ​ໃໝ່​ຫຼາຍ​ສະ­ບັບ ທີ່​ນຳ​ສະ­ເໜີ​ໃນ​ກອງ​ປະ­ຊຸມ​ສະ​ມາ​ຄົມ​ອັລ​ໄຊ​ເມີ​ນາ­ນາ​ຊາດ ເມື່ອ​ມໍ່ໆມານີ້ ລະ­ບຸ​ວ່າ ການ​ກວດ​ເລືອດ​ອາດ​ຊ່ວຍ​ແຍກ​ຜູ້​ເປັນ​ອັລ​ໄຊ​ເມີ​ອອກ​ຈາກ​ຜູ້​ທີ່​ບໍ່​ໄດ້​ເປັນ​ໄດ້.

ເຖິງ​ແມ່ນ​ບໍ­ລິ­ສັດ​ຕ່າງໆ​ຈະ​ພັດ­ທະ­ນາ​ການ​ກວດ​ເລືອດ ເພື່ອ​ຫາ​ໂປຣ​ຕີນ​ທີ່​ທຳ­ລາຍ​ສະ­ໝອງ​ຂອງ​ຜູ້​ເປັນ​ອັລ​ໄຊ​ເມີ​ມາ​ຢ່າງ​ຕໍ່​ເນື່ອງ ແຕ່​ທີ່​ຜ່ານ​ມາ​ກໍ​ຍັງ​ມີ​ຂໍ້​ຂັດ​ແຍ່ງ​ເຖິງ​ຄວາມ​ຖືກ­ຕ້ອງ​ຂອງ​ວິ­ທີ​ດັ່ງ­ກ່າວ ຢ່າງ­ໃດ​ກໍ​ຕາມ ງານ​ວິ­ໄຈ​ຊິ້ນ​ໃໝ່​ລະ­ບຸ​ວ່າ ຂະ­ນະ​ນີ້​ການ​ກວດ​ເລືອດ​ສາ­ມາດ​ລະ­ບຸ​ຜົນ​ໄດ້​ແມ່ນ​ຢຳ​ເຖິງ 89-98% ແລ້ວ.

ຜົນ​ການ​ສຶກ​ສາ​ດັ່ງ­ກ່າວ ມີ​ທັງ​ການ​ສຶກ​ສາ ໂດຍ ດຣ. ອອສ​ກາ ແຮນ​ສັນ ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ລຸນ​ໃນ​ຊູ​ແອັດ ໃນ​ກຸ່ມ​ທົດ​ລອງ​ກວ່າ 1.400 ຄົນ ໃນ​ປະ­ເທດ​ຊູ​ແອັດ ລັດ​ແອ​ຣິ​ໂຊ​ນາ​ໃນ​ສະ­ຫະ­ລັດ ແລະ ປະ­ເທດ​ໂກ​ໂລມ​ບີ ໂດຍ​ມີ​ທັງ​ຜູ້​ທີ່​ບໍ່​ໄດ້​ເປັນ​ຜູ້​ທີ່​ມີ​ອາ­ການ​ບໍ່​ຫຼາຍ ຜູ້​ເປັນ​ໂລກ​ອັລ​ໄຊ​ເມີ ແລະ ຜູ້​ເປັນ​ໂລກ​ປະ­ສາດ​ອື່ນໆ.

ຜົນ​ການ​ກວດ​ເລືອດ​ພົບ​ວ່າ ຜູ້​ປ່ວຍ​ດ້ວຍ​ໂລກ​ອັລ​ໄຊ​ເມີ ທັງ​ທີ່​ມີ​ອາ­ການ​ຊັດ​ເຈນ ແລະ ບໍ່​ຮຸນ​ແຮງ ມີ​ໂປຣ​ຕີນ​ຊື່ p-tau217 ເຊິ່ງ​ເປັນ​ໂປຣ​ຕີນ​ທີ່​ທຳ­ລາຍ​ສະ­ໝອງ​ຂອງ​ຜູ້​ປ່ວຍ​ໃນ​ເລືອດ ຫຼາຍ​ກວ່າ​ຜູ້​ທີ່​ບໍ່​ໄດ້​ເປັນ ເຊິ່ງ​ການ​ກວດ​ຫາ​ໂປຣ​ຕີນ p-tau217 ນີ້​ເອງ ທີ່​ເຮັດ​ໃຫ້​ຜົນ​ການ​ກວດ​ແມ່ນ​ຢຳ​ຂຶ້ນ​ກວ່າ ການ​ທົດ​ລອງ​ກວດ​ເລືອດ​ກ່ອນ​ໜ້າ​ນີ້ ທີ່​ກວດ​ຫາ​ໂປຣ​ຕີນ​ອີກ​ຕົວ​ຊື່ amyloid ທີ່​ຜິດ​ປົກ­ກະ­ຕິ.

ການ​ວິ­ໄຈ​ຂອງ​ທ່ານ ດຣ. ອອສ​ກາ ແຮນ​ສັນ ໃນ​ລັດ​ແອ​ຣິ​ໂຊ​ນາ ຍັງ​ສຶກ​ສາ​ຕົວ­ຢ່າງ 81 ຄົນ ທີ່​ບໍ­ລິ­ຈາກ​ສະ­ໝອງ​ໃຫ້ ຫຼັງ​ພວກ​ເຂົາ​ເສຍ​ຊີ­ວິດ ໂດຍ​ຜົນ​ການ​ກວດ​ເລືອດ​ຂອງ​ພວກ​ເຂົາ​ໃນ​ຂະ­ນະ​ທີ່​ຍັງ​ມີ​ຊີ­ວິດ​ຢູ່ ມີ​ຜົນ​ອອກ​ມາ​ໃກ້​ຄຽງ​ກັບ​ຜົນ​ການ​ກວດ​ສະ­ໝອງ ນອກ­ຈາກ​ນີ້ ການ​ວິ­ໄຈ​ໃນ​ໂກ​ໂລມ​ບີ ຍັງ​ພົບ​ວ່າ ຜູ້​ທີ່​ມີ​ທ່າ​ອ່ຽງ​ເປັນ​ອັລ​ໄຊ​ເມີ​ໄດ້​ຕັ້ງ­ແຕ່​ອາ­ຍຸ​ຍັງ​ນ້ອຍ ຈະ​ເລີ່ມ​ມີ​ລະ­ດັບ p-tau217 ໃນ​ເລືອດ​ສູງ​ຂຶ້ນ​ເຖິງ 20 ປີ​ກ່ອນ​ທີ່​ຈະ​ສະ­ແດງ​ອາ­ການ.

ນອກ­ຈາກ​ນີ້ ນັກ​ວິ­ໄຈ​ອີກ​ກຸ່ມ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ກາ​ລິ​ຟໍ​ເນຍ ຊານ​ຟຣານ​ຊິ​ສ​ໂກ ຍັງ​ພົບ​ດ້ວຍ​ວ່າ p-tau217 ຊ່ວຍ​ແຍກ​ຜູ້​ເປັນ​ໂລກ​ອັລ​ໄຊ​ເມີ ອອກ​ຈາກ​ຜູ້​ເປັນ​ໂລກ​ສະ­ໝອງ​ສ່ວນ​ໜ້າ​ເສື່ອມ​ໄດ້ ໂດຍ​ຜົນ​ການ​ກວດ​ເລືອດ ມີ​ຄວາມ​ແມ່ນ​ຢຳ​ເຖິງ 96% ໃນ​ກຸ່ມ​ທົດ​ລອງ 617 ຄົນ ເຊັ່ນ​ດຽວ​ກັບ​ນັກ​ວິ­ໄຈ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ວໍ​ຊິງ​ຕັນ ໃນ​ເມືອງ​ເຊນ​ຫຼຸຍສ໌ ລັດ​ມິ​ສ​ຊູ​ຣີ ທີ່​ພົບ​ວ່າ​ໂປຣ​ຕີນ p-tau217 ສາ­ມາດ​ບົ່ງ​ຊີ້​ໄດ້​ວ່າ​ຜູ້​ເປັນ​ມີ​ຄາບ​ໂປຣ​ຕີນ​ໃນ​ສະ­ໝອງ ເຊິ່ງ​ເປັນ​ສັນ­ຍານ​ບົ່ງ​ບອກ​ໂຣກ​ອັລ​ໄຊ​ເມີ.

ຢ່າງ­ໃດ​ກໍ​ຕາມ ທ່ານ ດຣ. ອີ​ໄລ​ເຊີ ມາ​ສ​ເລຍ ຫົວ­ໜ້າ​ພະ​ແນກ​ປະ­ສາດ​ວິ­ທະ­ຍາ​ຂອງ National Institute on Aging ຂອງ​ສະ­ຫະ­ລັດ ເຫັນ​ວ່າ ເຖິງ​ແມ່ນ​ຜົນ​ການ​ກວດ​ເລືອດ​ຈະ​ເບິ່ງ​ແລ້ວ​ແມ່ນ​ຢຳ​ຂຶ້ນ ແຕ່​ກໍ​ຍັງ​ຄົງ​ຕ້ອງ​ມີ​ການ​ກວດ​ຄວາມ​ຖືກ­ຕ້ອງ​ເພີ່ມ​ເຕີມ ເຊັ່ນ ຈະ​ຕ້ອງ​ກວດ​ໃນ​ກຸ່ມ​ທົດ​ລອງ​ທີ່​ໃຫຍ່ ແລະ ຫຼາກ​ຫຼາຍ​ຂຶ້ນ.

ການ​ກວດ​ຫາ​ໂລກ​ອັລ​ໄຊ​ເມີ​ໃນ​ປັດ­ຈຸ­ບັນ ມີ​ທັງ​ການ​ທົດ​ສອບ​ທັກ​ສະ­ການ​ຄິດ ແລະ ຄວາມ​ຈຳ ເຊິ່ງ​ເປັນ​ວິ­ທີ​ທີ່​ບໍ່​ແມ່ນ​ຢຳ​ປານ­ໃດ ແລະ ການ​ກວດ​ນ້ຳ​ໄຂ​ສັນ­ຫຼັງ ແລະ ການ​ສະ​ແກນ​ສະ­ໝອງ ເຊິ່ງ​ມີ­ຄ່າ​ໃຊ້​ຈ່າຍ​ສູງ ດັ່ງ­ນັ້ນ ຫາກ​ແພດ​ປະ­ຈຳ​ເຮືອນ​ສາ­ມາດ​ກວດ​ຫາ​ໂລກ​ອັລ​ໄຊ​ເມີ​ຈາກ​ການ​ກວດ​ເລືອດ​ໄດ້ ຈະ​ເຮັດ​ໃຫ້­ການ​ກວດ​ຫາ​ໂລກ​ດັ່ງ­ກ່າວ​ງ່າຍ​ຂຶ້ນ​ຫຼາຍ ໂດຍ​ນັກ​ວິ­ໄຈ​ຫວັງ​ວ່າ​ຫາກ​ຜົນ​ການ​ທົດ​ລອງ​ນີ້​ໄດ້​ຮັບ​ການ​ຢືນ­ຢັນ ຄົງ​ຈະ​ສາ­ມາດ​ພັດ­ທະ­ນາ​ການ​ກວດ​ເລືອດ​ໃຫ້​ໃຊ້​ໄດ້​ຈິງ​ພາຍ​ໃນ​ສອງ​ປີ.

error: Content is protected !!