ສະພາປະຊາຊົນ ນວ ຮັບຮອງເອົາຮ່າງແຜນພັດທະນາເສດຖະກິດ-ສັງຄົມ

    ກອງປະຊຸມສະໄມສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ I ດໍາເນີນມາຮອດວັນທີ 29 ທັນວາ 2020 ຜ່ານມາ ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີບັນດາຮອງເຈົ້າຄອງ ຫົວໜ້າພະແນກການອ້ອມຂ້າງ ສະມາຊິກສະພາປະຊາຊົນ ນວ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ບັນດາສະມາຊິກສະພາປະຊາຊົນ ນວ ສືບຕໍ່ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ພ້ອມນັ້ນ ໄດ້ຮັບຟັງການຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາພະແນກການຕ່າງໆ ຈາກນັ້ນສະມາຊິກສະພາປະຊາຊົນ ນວ ໄດ້ພ້ອມກັນຄົນຄວ້າ ພິຈາລະນາ ປະກອບຄໍາເຫັນຢ່າງເລິກເຊິ່ງ ແລະ ກໍໄດ້ລົງຄະແນນສຽງຮັບຮອງເອົາຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຂອງ ນວ ຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຂອງອົງການກວດສອບປະຈໍາພາກກາງ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ຂອງ ນວ.

    ນອກນີ້ ໃນກອງປະຊຸມ ທ່ານ ນາງ ຄໍາຟອງ ພູມວົງໄຊ ຮອງປະທານຄະນະປະຈໍາສະພາປະຊາຊົນ ນວ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນຂອງການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ແຜນ 5 ປີ (2016-2020) ຂອງສະພາປະຊາຊົນ ນວ ຊຸດທີ I ແຜນການຮອດກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການປະຈໍາປີ 2021 ຂອງສະພາປະຊາຊົນ ນວ ຊຸດທີ II ຈາກນັ້ນ ສະມາຊິກສະພາປະຊາຊົນ ນວ ໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາຄິດເຫັນຢ່າກົງໄປກົງມາ ເປັນຕົ້ນ ການປະຕິບັດພາລະບົດບາດ ສິດໜ້າທີ່ ບັນດາຂໍ້ຄົງຄ້າງຂອງສະພາປະຊາຊົນ ນວ ໄລຍະຜ່ານມາ ການກໍານົດແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນ ນວ ມີເນື້ອໃນລະອຽດຄົບຖ້ວນ ຊັດເຈນ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ ໃຫ້ມີຜົນສໍາເລັດຕາມແຜນການວາງໄວ້ ຈາກນັ້ນ ສະມາຊິກສະພາປະຊາຊົນ ນວ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາຮ່າງມະຕິບົດລາຍງານດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!