420 ເລື່ອງ ທີ່ສານປະຊາຊົນຂັ້ນຕົ້ນ ເຂດຕັດສິນແລ້ວ ຄູ່ຄວາມຂໍອຸທອນ

    ທ່ານ ພັນສີ ທັນນະວົງ ຮອງປະທານສານປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຂອງສານປະຊາຊົນ ນວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ I ວັນທີ 30 ທັນວາ 2020 ວ່າ: ໄລຍະ 1 ປີຜ່ານມາ ສານປະຊາຊົນ ນວ ແລະ ສານປະຊາຊົນທັງ 4 ເຂດ ໄດ້ເອົາໃຈໃສ່ຕໍ່ການປະຕິບັດພາລະບົດບາດໜ້າທີ່ວິຊາສະເພາະຂອງຕົນ ກໍຄືວຽກງານໄກ່ເກ່ຍ ແລະ ພິຈາລະນາຕັດສິນຄະດີ ເພື່ອຮັບປະກັນທາງດ້ານຄຸນນະພາບໃຫ້ມີຄວາມຮອບດ້ານ ຄົບຖ້ວນ ແລະ ພາວະວິໄສ ເຊິ່ງມີຄະດີເຂົ້າທັງໝົດ 3.928 ເລື່ອງ ແກ້ໄຂໄດ້ 3.250 ເລື່ອງ ທຽບໃສ່ແຜນການປີ ປະຕິບັດໄດ້ 82,73% ໄດ້ປະສານສົມທົບກັບອົງການໄອຍະການ ເຈົ້າໜ້າທີ່ພະແນກຍຸຕິທໍາ ໃນການດໍາເນີນຄະດີທີ່ຫຍຸ້ງຍາກສັບສົນ ໂດຍມີການປຶກສາຫາລື ແລະ ມີກອງປະຊຸມຮ່ວມກັນເປັນປະຈໍາ ເພື່ອເຮັດໃຫ້ການພິຈາລະນາຕັດສິນຄະດີມີຄວາມວ່ອງໄວຂຶ້ນ ພ້ອມນັ້ນ ຄະນະສານອາຍາຍັງໄດ້ຈັດຕັ້ງຄະນະສານເຄື່ອນທີ່ໄປຕັດສິນຢູ່ບັນດາຄ້າຍຄຸມຂັງສ້າງໃນແຕ່ລະເມືອງ ຈໍານວນ 10 ຄັ້ງ ສາມາດມາດແກ້ໄຂຄະດີໄດ້ທັງໝົດ 226 ເລື່ອງ ສັງລວມແລ້ວ ການແກ້ໄຂຄະດີໃນ 1 ປີ ຜ່ານມາ ເຫັນວ່າຄະດີທີ່ສານປະຊາຊົນຂັ້ນຕົ້ນ ເຂດຕັດສິນແລ້ວ ຄູ່ຄວາມຂໍອຸທອນ 420 ເລື່ອງ ສານປະຊາຊົນ ນວ ຕັດສິນ ແລະ ພິພາກສາແລ້ວ ມີການຂໍອຸທອນ ແລະ ຂໍລົບລ້າງ 64 ເລື່ອງ ສາເຫດໃນການຂໍອຸທອນ ແລະ ຂໍລົບລ້າງ ເກີດຈາກການລະເມີດສິດອໍານາດໃນການພິຈາລະນາຄະດີຂອງສານ ການບໍ່ເອົາບຸກຄົນທີສາມເຂົ້າຮ່ວມໃນການດໍາເນີນຄະດີ  ການເກັບກໍາຂໍ້ມູນຫຼັກຖານບໍ່ຄົບຖ້ວນ   ຕະຫຼອດຮອດການນໍາໃຊ້ກົດໝາຍ ໃນນັ້ນ ຄະດີທີ່ເກີດຂຶ້ນຫຼາຍ  ແມ່ນຄະດີຄ້າຂາຍຢາເສບຕິດ  ລະເມີດກົດຈະລະຈອນ  ລັກຊັບ  ສໍ້ໂກງຊັບຂອງພົນະເມືອງ ສັນຍາກູ້ຢືມ ຂໍ້ຂັດແຍ່ງມູນມໍລະດົກ ຂໍ້ຂັດແຍ່ງກໍາມະສິດທີ່ດິນ ແລະ ຂໍຢ່າຮ້າງຈາກສາຍຜົວເມຍ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!