ນວ ມີກໍາລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານຈໍານວນ 345.560 ຄົນ

    ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ນວ ໄດ້ຊີ້ແຈງການຈັດຕັ້ງປະຕິບັດວຽກງານການຈັດຫາວຽກເຮັດງານທໍາໃຫ້ປະຊາຊົນ ຂອງພະແນກ ຮສສ ນວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນ ນວ ຊຸດທີ I ວ່າ: ຈາກຜົນການເກັບກໍາຂໍ້ມູນປີ 2020 ນວ ມີກໍາລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານຈໍານວນ 345.560 ຄົນ ຍິງ 177.907 ຄົນ ໃນນີ້ ມີຜູ້ວ່າງງານຈໍານວນ 5.230 ຄົນ ຍິງ 2.781 ຄົນ ຖືວ່າອັດຕາການວ່າງງານໃນ ນວ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້ບໍ່ເກີນ 2% ຕໍ່ປີ ເຊິ່ງຜ່ານມາ ໄດ້ສ້າງຕັ້ງເຄືອຂ່າຍປະສານງານທັງໝົດ 33 ພາກສ່ວນ ປະກອບມີຕາງໜ້າຈາກບໍລິສັດຈັດຫາງານ ຫົວໜ່ວຍແຮງງານ ວິທະຍາໄລ ສະຖາບັນເຝິກວິຊາຊີບ ແລະ ອົງການຈັດຕັ້ງພາກລັດ ເຮັດໜ້າທີ່ໃນການສົ່ງຂໍ້ມູນຂ່າວສານດ້ານການພັດທະນາສີມືແຮງງານ ແລະ ຈັດຫາງານ ພ້ອມທັງເຮັດໜ້າທີ່ເຝິກອົບຮົມເພື່ອພັດທະນາສີມື ທັກສະຄວາມຮູ້ຂອງແຮງງານກ່ອນເຮັດວຽກ ພ້ອມນັ້ນກໍໄດ້ຈັດຕັ້ງປະຕິບັດພັດທະນາສີມືແຮງງານກັບທີ່ ແລະ ເຄື່ອນທີ່ໃຫ້ກັບຊາວໜຸ່ມທົ່ວໄປ ຊາວໜຸ່ມຜູ້ດ້ອຍໂອກາດ ບໍ່ມີເງື່ອນໄຂເຂົ້າຮຽນຢູ່ສະຖາບັນການສຶກສາຕ່າງໆທີ່ຢູ່ຫ່າງໄກສອກຫຼີກ ສູນພັດທະນາສີມືແຮງງານ ໄດ້ເຮັດໜ້າທີ່ຈັດເຝິກອົບຮົມ ທົດສອບອອກໃບຢັ້ງຢືນມາດຕະຖານສີມືແຮງງານໃນ 3 ສາຂາອາຊີບຄື: ຊ່າງໄຟຟ້າອຸດສາຫະກໍາ ຊ່າງກໍ່ໂບກ ແລະ ປຸງແຕ່ງອາຫານ ປະຕິບັດໄດ້ 77% ຂອງແຜນການປີ ນອກນີ້ ຍັງໄດ້ເຝິກອົບຮົມກັບທີ່ ແລະ ເຄື່ອນທີ່ໃຫ້ກັບແຮງງານທີ່ດ້ອຍໂອກາດ ບໍ່ມີເງື່ອນໄຂເຂົ້າຮຽນໄດ້ຈໍານວນ 926 ຄົນ.

    ຄຽງຄູ່ກັນນັ້ນ ກໍໄດ້ຈັດງານນັດພົບແຮງງານ ເພື່ອສ້າງໂອກາດໃຫ້ຫົວໜ່ວຍແຮງງານ ແລະ ຜູ້ຊອກວຽກເຮັດງານທໍາໄດ້ມີເວທີພົບປະກັນ ນໍາໄປສູ່ການຫຼຸດຜ່ອນການວ່າງງານ ການຂາດແຄນດ້ານແຮງງານ ເຊິ່ງປີ 2020 ມີຜູ້ເຂົ້າຮ່ວມທັງໝົດ 1.855 ຄົນ ຍິງ 1.166 ຄົນ ໃນນີ້ ມີຜູ້ລົງທະບຽນຊອກວຽກເຮັດງານທໍາ 1.635 ຄົນ ຍິງ 1.027 ຄົນ ນອກນັ້ນ ໄດ້ຈັດຫາວຽກເຮັດງານທໍາໃຫ້ແຮງງານທີ່ວ່າງງານເຂົ້າເຮັດວຽກໃນຂະແໜງການອຸດສາຫະກໍາ ກະສິກໍາ ແລະ ການບໍລິການໄດ້ທັງໝົດ 5.186 ຄົນ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!