ນາຊາຍທອງສຸມໃສ່ຜັນຂະຫຍາຍຄຳສັ່ງ 06/ນຍ

    ເມືອງນາຊາຍ ນະຄອນຫຼວງວຽງຈັນ ເປັນເມືອງໜຶ່ງໃນຫຼາຍໆເມືອງທີ່ບັນດາຄະນະສະເພາະກິດສະກັດກັ້ນ ປ້ອງກັນ ໂຕ້ຕອບພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃຫມ່ (Covid-19) ຂັ້ນເມືອງ ໄດ້ເອົາໃຈໃສ່ຜັນຂະຫຍາຍຄຳສັ່ງເລກທີ 06/ນຍ ລົງວັນທີ 29 ມີນາ 2020 ນັ້ນເພື່ອເປັນການເພີ່ມທະວີປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດນີ້ບໍ່ໃຫ້ແຜ່ລາມ. 

    ທ່ານ ດຣ ຄຳພັນ ຂັນຕິລາດ ຫົວໜ້າຫ້ອງການສາທາລະນະສຸກ ທັງເປັນກອງເລຂາຄະນະສະເພາະກິດ ສະກັດກັ້ນປ້ອງກັນໂຕ້ຕອບພະຍາດ Covid-19 ເມືອງນາຊາຍທອງ ໃຫ້ສຳພາດວັນທີ 4 ເມສາ 2020 ວ່າ: ທາງຄະນະໄດ້ຕັ້ງຫນ້າຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ໂດຍຫົວໜ້າຄະນະສະເພາະກິດຂັ້ນເມືອງໄດ້ເຮັດແຈ້ງການຕິດຂັດກັບຄຳສັ່ງເລກທີ 06/ນຍ ແຈກຢາຍໃຫ້ອຳນາດການປົກຄອງແຕ່ລະບ້ານປະກາດຜ່ານໂທລະໂຄ່ງຂອງບ້ານໃຫ້ປະຊາຊົນຮັບຮູ້ ແລະ ເອົາໃຈໃສ່ປ້ອງກັນ ແລະ ຈັດຕັ້ງປະຕິບັດໃຫ້ຢູ່ເຮືອນ ຖ້າບໍ່ຈຳເປັນແມ່ນບໍ່ໃຫ້ອອກໄປຂ້າງນອກ ທັງໄດ້ແຈ້ງການໃຫ້ອໍານາດການປົກຄອງບ້ານ ຮ່ວມກັບ ອສບ ບ້ານ ຕິດຕາມແຮງງານທີ່ເດີນທາງມາຈາກຕ່າງປະເທດ ທັງໄດ້ແຈ້ງການໃຫ້ບັນດາຫ້ອງການພາຍໃນເມືອງພັກວຽກ ແລະ ໄດ້ແຕ່ງທີມງານຕິດຕາມ 5 ສູນກັກກັນແຮງລາວທີ່ເດີນທາງມາຈາກປະເທດໄທ ຈຳນວນ 35 ຄົນ ເຊີ່ງໄດ້ນຳມາຈຳກັດບໍລິເວນເລີ່ມແຕ່ວັນທີ27 ມີນາເປັນຕົ້ນມາ ຮອດປັດຈຸບັນແມ່ນໄດ້ 9 ວັນ ຜ່ານການກວດຕິດຕາມ ແມ່ນບໍ່ພົບກໍລະນີສົງໄສເຂົ້າກັບນິຍາມ ນອກຈາກນັ້ນ ຄະນະສະເພາະກິດ ກໍຄືກອງເລຂາກໍໄດ້ລົງຕິດຕາມຄຸ້ມຄອງລາຄາສິນຄ້າຢູ່ຕະຫຼາດພາຍໃນເມືອງ ພ້ອມນັ້ນ ທາງຄະນະສະເພາະກິດໄດ້ສົມທົບກັບຫ້ອງການ ຖວທ ເມືອງ ລົງຕິດຕາມກວດກາເບີ່ງຮ້ານບັນເທີງພາຍໃນເມືອງ ປັດຈຸບັນໄດ້ປິດທຸກຮ້ານແລ້ວ. 

    ໃນວັນທີ 3 ເມສາ 2020 ທາງຄະນະສະເພາະກິດຂັ້ນເມືອງ ປະກອບມີຄະນະ ປກຊ ປກສ ຫ້ອງການສາທາລະສຸກເມືອງຂອງພວກເຮົາ ໄດ້ຕັ້ງດ່ານກວດວັດແທກອຸນຫະພູມຢູ່ທາງເລກທີ 13 ເໜືອ ເຂດບ້ານນາດີ ເມືອງນາຊາຍທອງ ເຊີ່ງເປັນຊາຍແດນເຊື່ອມຕໍ່ລະຫ່ວາງແຂວງວຽງຈັນ ກັບນະຄອນຫຼວງ ເພື່ອເປັນການຄັດກອງເບື້ອງຕົ້ນ ໃຫ້ກັບປະຊາຊົນທີ່ຈະເດີນທາງເຂົ້າມານະຄອນຫຼວງ. ຜ່ານການກວດຈຳນວນ 1 ພັນກວ່າຄົນ ແມ່ນບໍ່ພົບກໍລະນີສົງໄສເຂົ້າກັບນິຍາມ ນອກຈາກນັ້ນຍັງໄດ້ແນະນໍາໃຫ້ປະຊາຊົນຮູ້ກ່ຽວກັບຄຳສັ່ງເລກທີ 06/ນຍ ແມ່ນບໍ່ໃຫ້ອອກຈາກເຮືອນ ເພື່ອພ້ອມກັນປ້ອງກັນການແຜ່ເຊື້ອຂອງພະຍາດນີ້.

error: Content is protected !!