ລັດຖະບານລາວ ສະແດງຄວາມຂອບໃຈຕໍ່ບໍລິສັດຫົວເຫວີຍ ທີ່ສະໜັບສະໜູນເຕັກໂນໂລຊີໃນການຕໍ່ສູ້ຕ້ານພະຍາດ COVID-19

     ຜູ້ຕາງໜ້າບໍລິສັດຫົວເຫວີຍປະຈໍາລາວ ເຂົ້າພົບທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ວັນທີ 1 ເມສາ ຜ່ານມາ ຢູ່ສຳນັກງານນາຍົກລັດຖະມົນຕີ ເພື່ອລາຍງານກ່ຽວກັບການມອບອຸປະກອນການປະຊຸມທາງໄກເປັນທາງການ ໃຫ້ກະຊວງສາທາລະນະສຸກ ແລະ ໂຮງໝໍມິດຕະພາບ 150 ຕຽງ ເພື່ອສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ຕໍ່ສູ້ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ປັບປຸງປະສິດທິຜົນຂອງການປ້ອງກັນການແຜ່ລະບາດ ແລະ ຫຼຸດຄວາມສ່ຽງຂອງການຕິດເຊືຶ້ອສໍາລັບພະນັກງານການແພດ.

    ລາວ ໄດ້ຢືນຢັນກໍລະນີຜູ້ຕິດເຊື້ອພະຍາດ COVID-19 ປັດຈຸບັນມີ 10 ກໍລະນີ ຈາກການແຜ່ລະບາດໃນທົ່ວໂລກ ແລະ ລາວກໍາລັງປະເຊີນກັບຄວາມກົດດັນເພີ່ມຂຶ້ນ ໃນການປ້ອງກັນ ແລະ ຄວບຄຸມ  ໜ່ວຍງານສາທາລະນະສຸກ ແລະ ສະຖາບັນການແພດ ຈຳເປັນຕ້ອງມີລະບົບການປະຊຸມທາງໄກ ເຊັ່ນ: ການວິດີໂອຢ່າງເລັ່ງດ່ວນ ເພື່ອສະໜັບສະໜູນການເຮັດວຽກຮ່ວມກັນລະຫວ່າງພະແນກແຕ່ລະພາກພື້ນ ຫົວເຫວີຍຈຶ່ງໄດ້ຈັດຊຸດອຸປະກອນ ແລະ ການເຊື່ຶອມຕໍ່ເຄືອຂ່າຍທີ່ມີປະສິດທິຜົນສູງ ແລະ ສະໜັບສະໜູນວຽກງານຕໍ່ຕ້ານການແຜ່ລະບາດພະຍາດ ຂອງລັດຖະບານ ແລະ ປະຊາຊົນລາວ.

    ທ່ານ ສົມດີ ດວງດີ ກ່າວວ່າ: ຈີນ ແລະ ລາວ ເປັນປະເທດເພື່ອນບ້ານ ມິດສະຫາຍທີ່ຮ່ວມທຸກຮ່ວມສຸກ ຊ່ວຍເຫຼຶອເຊິ່ງກັນ ແລະ ກັນ ມາເປັນເວລາອັນດົນນານ ພ້ອມທັງສະແດງຄວາມຂອບໃຈສຳລັບການຊ່ວຍເຫຼືອຄັ້ງນີ້ ແລະ ຫວັງວ່າຫົວເຫວີຍຈະສືບຕໍ່ສະໜັບສະໜູນການພັດທະນາ ICT ຂອງລາວໃນສາຂາວິຊາຊີບເຊັ່ນ: ການຄົ້ນຄວ້າ AI ແລະ ລະບົບການປະຊຸມທາງໄກຜ່ານວິດີໂອທີ່ເປັນປະໂຫຍດຕໍ່ຄົນລາວ.

    ການຊ່ວຍເຫຼືອຄັ້ງນີ້ສໍາລັບອຸປະກອນການປະຊຸມທາງໄກ ລວມມູນຄ່າເປັນ 500 ລ້ານກີບ ໃຫ້ກະຊວງສາທາລະ ນະສຸກ ດ້ວຍການສະໜັບສະໜູນເຕັກໂນໂລຊີຈາກລະບົບ CloudLink ເຊິ່ງໃນພຽງເວລາບໍ່ເທົ່າໃດວັນ ຫົວເຫວີຍໄດ້ສຳເລັດການຕິດຕັ້ງ ແລະ ທົດສອບອຸປະກອນ ນອກນີ້ ຫົວເຫວີຍຍັງວາງແຜນທີ່ຈະໃຊ້ລະບົບ Cloud ໃນການເຮັດວຽກຮ່ວມກັນ ເພື່ອຊ່ວຍໃຫ້ກະຊວງສາທາລະນະສຸກ ຜູ້ຊ່ຽວຊານທາງການແພດໂຮງໝໍມິດຕະພາບ 150 ຕຽງ ແລະ ສະຖາບັນອື່ນໆ ເພື່ອແລກປ່ຽນຂໍ້ມູນໃນການຄົ້ນຄວ້າ ແລະ ການຮັກສາ ຫົວເຫວີຍໄດ້ສະໜັບສະໜູນເຕັກນິກຢ່າງເຂັ້ມແຂງໃນດ້ານວຽກງານຕໍ່ສູ້ຕ້ານພະຍາດ COVID-19 ຢູ່ປະເທດຈີນ ທັງໄດ້ສ້າງກົນໄກການຮ່ວມມືກັບສະຖາບັນທາງການແພດຂອງຈີນ ເຊິ່ງໄດ້ເກັບກ່ຽວປະສົບການທີ່ປະສົບຜົນສຳເລັດໃນຫຼາຍຄັ້ງຜ່ານມາ.

error: Content is protected !!