ກະບະເສຍຫຼັກ ຕຳກັນ 3 ຄັນຊ້ອນ​

    ເວລາປະມານ 12 ໂມງ 42 ນາທີ ຂອງວັນທີ 03 ເມສາ 2020 ຢູ່ຖະໜົນທ່າເດື່ອ ເຂດຮ້ານອາຫານຫຼັກ 4 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເກີດມີອຸບັດເຫດລົດກະບະສີຂາວຣີໂວ ແລ່ນມາດ້ວຍຄວາມໄວສູງ ເສຍຫຼັກແລ່ນຂ້າມເລນຄູກັ້ນກາງທາງ ຕຳທ້າຍລົດກະບະສີຂາວຍີ່ຫໍ້ຟອດ ທີ່ຂີ່ສວນທາງມາຕາມປົກກະຕິ ຈາກນັ້ນໄດ້ເສຍຫຼັກໄປຕຳເອົາລົດກະບະວີໂກອີກຄັນທີ່ຈອດຢູ່ຂ້າງທາງ ເຮັດໃຫ້ລົດທັງ 3 ຄັນໄດ້ຮັບຄວາມເສຍຫາຍໜັກພໍສົມຄວນ. 

    ອຸບັດເຫດຄັ້ງນີ້ ໂຊກດີທີ່ບໍ່ມີໃຜເສຍຊີວິດ ມີຜູ້ໄດ້ຮັບບາດເຈັບ 1 ຄົນ ເພດຍິງ ປັດຈຸບັນ ທາງເຈົ້າໜ້າທີ່ຕຳຫຼວດກຳລັງດຳເນີນການສຶບສວນຫາສາເຫດຕົ້ນຕໍຂອງການເກີດອຸບັດເຫດເທື່ອນີ້.

error: Content is protected !!