ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ເກັບກຳຂໍ້ມູນຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ວ່າດ້ວຍການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນານະຄອນຫຼວງວຽງຈັນ ປະຈຳປີ 2020 ຈັດຂຶ້ນວັນທີ 29 ທັນວາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນວ ມີທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຮອງເຈົ້າເມືອງ ຫ້ອງການກະສິກຳ ແລະ ປ່າໄມ້ 9 ຕົວເມືອງ ຕະຫຼອດຮອດພະແນກການອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ເກັບກຳຂໍ້ມູນຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ນວ ປະຈຳປີ 2020 ເຜີຍແຜ່ຄຳສັ່ງເລກທີ 097/ກມສພ ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຜີຍແຜ່ຄຳສັ່ງເລກທີ 606/ລບ ວ່າດ້ວຍກຸ່ມ ແລະ ສະຫະກອນ.


# ຂ່າວ & ພາບ: ຂັນທະວີ