ກິດຈະກຳ “Vientiane Center Recycling Box ປ່ຽນປລາສຕິກ ປັ່ນຄວາມຮູ້ໃຫ້ນ້ອງ” ເປັນກິດຈະກຳທີ່ສູນການຄ້າວຽງຈັນເຊັນເຕີ ຈັດຂຶ້ນຮ່ວມກັບບໍລິສັດປານຄຳ ຈຳປາ ຈຳກັດ ບໍລິສັດ ບິກບລູລາວ ຈຳກັດ ແລະ ບໍລິສັດ ວົງພານິດ ເຊິ່ງໄດ້ມີພິທີຖະແຫຼງຂ່າວກິດຈະກຳວັນທີ 28 ທັນວາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ບຸນນຳ ສີສຸທຳມະວົງ ຮອງຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກີລາ ນວ ຄະນະຜູ້ບໍລິຫານສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ກິດຈະກຳດັ່ງກ່າວ ແມ່ນການຮັບບໍລິຈາກປລາສຕິກ ເພື່ອນຳເອົາປລາສຕິກດັ່ງກ່າວຫັນໄປເປັນທຶນ ແລະ ນຳໄປຜະລິດປື້ມອ່ານເພື່ອມອບໃຫ້ນ້ອງໆໂຮງຮຽນທີ່ຫ່າງໄກສອກຫຼີກ ເຊິ່ງຈະຮັບບໍລິຈາກຢ່າງເປັນທາງການໃນວັນທີ 29 ທັນວາ 2020 ຈົນເຖິງວັນທີ 2 ທັນວາ 2021 ຈະຮັບບໍລິຈາກ 3 ປະເພດຄື: ປລາສຕິກໃສ ຂຸ້ນ ແລະ ກະປ໋ອງ ໂດຍມີຈຸດຮັບບໍລິຈາກຕັ້ງຢູ່ພາຍໃນສູນການຄ້າວຽງຈັນເຊັນເຕີ ບໍລິສັດ ບິກບລູລາວ ຈຳກັດ ແລະ ບໍລິສັດ ວົງພານິດ ຈະເປັນຜູ້ຮັບຊື້ປລາສຕິກທັງໝົດ ແລະ ບໍລິສັດປານຄຳ ຈຳປາ ຈຳກັດ ເປັນຜູ້ຮັບຜະລິດປື້ມອ່ານ ເພື່ອມອບໃຫ້ໂຮງຮຽນທີ່ຫ່າງໄກສອກຫຼີກໃນຂົງເຂດ ນວ ແລະ ທົ່ວປະເທດ ໂດຍມີພະແນກສຶກສາທິການ ແລະ ກີລາ ນວ ຕາງໜ້າຮັບມອບ.

ທັງນີ້ ເພື່ອເປັນການສືບຕໍ່ ແລະ ປະຕິບັດໂຄງການ “ວຽງຈັນສະອາດ” ໂດຍສະເພາະວຽກງານ 6 ສ ຂອງ ນວ ຊ່ວຍກັນຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ຮັກສາສິ່ງແວດລ້ອມ ນວ ສູນການຄ້າວຽງຈັນເຊັນເຕີ ກໍມີຄວາມຍິນດີທີ່ຈະຫຼຸດຜ່ອນການນຳໃຊ້ຖົງປລາສຕິກທຸກໆວັນພຸດ ໂດຍການລິເລີ່ມໂຄງການ “Vientiane Center Green Day” ວັນພຸດສີຂຽວ ໂດຍຈະເລີ່ມຕັ້ງແຕ່ວັນທີ 6 ມັງກອນ 2001 ເປັນຕົ້ນໄປ ຈະມີການ ປຸກລະດົມໃຫ້ລູກຄ້າຖືຖົງຜ້າມາຊຶ້ເຄື່ອງ ໂດຍຈັດໂປຣໂມຊັ້ນສະເພາະວັນພຸດ ແລະ ລູກຄ້າທີ່ຖືຖົງຜ້າມາເອງ ໃນວັນພຸດ ໄດ້ຮັບຄະແນນຄູນສອງ (ສຳລັບສະມາຊິກບັດ V-Card ສູນການຄ້າວຽງຈັນເຊັນເຕິ).



# ຂ່າວ & ພາບ: ບຸນມີ