ນວ ຄຸ້ມເຂັ້ມລາຄາສິນຄ້າ ຖ້າພົບເຫັນສວຍໂອກາດ ມີໂທດປັບໃໝສູງສຸດ 5 ລ້ານກີບ

ໃນ​ວາ­ລະ​ກອງ​ປະ­ຊຸມ​ສະ​ໄມ​ສາ­ມັນ​ເທື່ອ​ທີ 10 ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ I ໃນ​ວັນ​ທີ 29 ທັນ­ວາ 2020 ຜ່ານ​ມາ ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ນາງ ວັນ​ມະ­ນີ ພິມ​ມະ​ສານ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ຊີ້​ແຈ້ງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ​ຕາມ​ທ້ອງ​ຕະ­ຫຼາດ​ຢູ່ ນວ ວ່າ: ການ​ຄຸ້ມ​ຄອງ​ສິນ­ຄ້າ ແລະ ຄ່າ​ບໍ­ລິ­ການ ໄດ້​ປະ­ຕິ­ບັດ​ຕາມ​ລາ­ຄາ​ທີ່​ຖືກ​ກຳ­ນົດ​ຕາມ​ກົນ​ໄກ​ຕະ­ຫຼາດ ທີ່​ມີ​ການ​ຄຸ້ມ​ຄອງ​ດັດ­ສົມ​ຂອງ​ລັດ ລັດ​ກຳ­ນົດ​ສິດ​ໃນ​ການ​ກຳ­ນົດ​ລາ­ຄາ ແລະ ການ​ແຂ່ງ­ຂັນ​ທາງ​ດ້ານ​ລາ­ຄາ​ຂອງ​ຜູ້​ດຳ­ເນີນ​ທຸ­ລະ​ກິດ​ຕາມ​ລະ­ບຽບ​ກົດ­ໝາຍ ລັດ​ນຳ​ໃຊ້​ມາດ​ຕະ­ການ​ໃນ​ການ​ຄຸ້ມ​ຄອງ​ລາ­ຄາ​ຕາມ​ຄວາມ​ຈຳ­ເປັນ ບົນ​ພື້ນ­ຖານ​ຫຼັກ­ການ ບໍ່​ຈຳ­ແນກ​ປະ­ຕິ­ບັດ ແລະ ຄວາມ​ໂປ່ງ​ໃສ ເຊິ່ງ​ໄດ້​ນຳ​ໃຊ້​ມາດ​ຕະ­ການ​ຄຸ້ມ​ຄອງ​ລາ­ຄາ​ໃນ 2 ຮູບ​ແບບ​ຄື: ມາດ​ຕະ­ການ​ຄຸ້ມ​ຄອງ​ລາ­ຄາ ແລະ ມາດ​ຕະ­ການ​ຕິດ­ຕາມ​ການ​ເໜັງ​ຕີງ​ຂອງ​ລາ­ຄາ ອີງ​ຕາມ​ມາດ­ຕາ 6 ຂອງ​ດຳ­ລັດ 474/ນຍ ການ​ຄວບ​ຄຸມ​ລາ­ຄາ​ປະ­ກອບ​ມີ 8 ປະ­ເພດ​ສິນ­ຄ້າ​ຄື: ນ້ຳ­ມັນ​ເຊື້ອ​ໄຟ ອາຍ​ແກັດ ຊີ້ນ​ໝູ ປາ​ນິນ​ກະ­ຊັງ ເຂົ້າ​ກິນ ແລະ ຕິດ­ຕາມ​ການ​ເໜັງ​ຕີງ​ຂອງ​ລາ­ຄາ​ບັນ­ຊີ ຂ ລວມ​ມີ 205 ລາຍ­ການ.

ເລີ່ມ​ແຕ່​ເດືອນ​ມັງ­ກອນ​ປີ 2020 ຮອດ​ປັດ­ຈຸ­ບັນ ເຫັນ​ວ່າ​ສະ­ພາບ​ລາ­ຄາ​ສິນ­ຄ້າ​ມີ​ການ​ເໜັງ​ຕີງ​ຂຶ້ນ ແລະ ລົງ ຕາມ​ກົນ​ໄກ​ຂອງ​ເສດ­ຖະ­ກິດ​ຕະ­ຫຼາດ ມີ​ບາງ​ສິນ­ຄ້າ​ຄື: ພືດ​ຜັກ ຊີ້ນ ໝາກ​ໄມ້ ທີ່​ເໜັງ​ຕີງ​ໄປ​ຕາມ​ລະ­ດູ​ການ ໄດ້​ມີ​ການ​ຄຸ້ມ​ຄອງ​ລາ­ຄາ​ສີນ​ຄ້າ​ຕາມ​ໂຄງ​ປະ­ກອບ​ຂອງ​ລາ­ຄາ​ສິນ­ຄ້າ ເຊັ່ນ: ເຂົ້າ​ກິນ ສູງ​ສຸດ​ບໍ່​ເກີນ 7.400 ກີບ​ຕໍ່​ກິ​ໂລ ປາ​ນິນ​ກະ­ຊັງ​ບໍ່​ເກີນ 20 ພັນ​ກີບ​ຕໍ່​ກິ​ໂລ ຊີ້ນ​ໝູ​ແມ່ນ​ໄດ້​ປັບ​ລາ­ຄາ​ຂຶ້ນ 2 ຄັ້ງ ສາ​ເຫດ­ການ​ປັບ​ຂຶ້ນ​ລາ­ຄາ ຍ້ອນ​ວ່າ​ເພີ່ມ​ຕົ້ນ​ທຶນ​ການ​ປ້ອງ​ກັນ​ພະ­ຍາດ​ໝູ​ຫູ​ກ່ຳ ຕົ້ນ​ທຶນ​ໃນ​ການ​ນຳ​ເຂົ້າ ສ່ວນ​ປະ­ກອບ​ຫົວ­ອາ­ຫານ​ເພີ່ມ​ຂຶ້ນ ອັດ­ຕາ​ແລກ­ປ່ຽນ​ເງິນ­ຕາ​ເພີ່ມ​ຂຶ້ນ ກຳ­ນົດ​ລາ­ຄາ​ຄັ້ງ​ສຸດ​ທ້າຍ ຊີ້ນ​ໝູ​ຂາຍ­ຍ່ອຍ​ລູກ​ຂຽງ ປະ­ເພດ 1 ລາ­ຄາ​ສູງ​ສຸດ​ບໍ່​ເກີນ 44 ພັນ​ກີບ​ຕໍ່​ກິ​ໂລ ປະ­ເພດ 2 ບໍ່​ເກີນ 41 ພັນ​ກີບ​ຕໍ່​ກິ​ໂລ ປະ­ເພດ​ສິນ­ຄ້າ​ນຳ​ເຂົ້າ ໄດ້​ມີ​ການ​ປັບ​ລາ­ຄາ​ຂຶ້ນ​ຢູ່​ໃນ​ລະ­ຫວ່າງ 3-7% ສາ­ເຫດ​ທີ່​ມີ​ການ​ປັບ​ຂຶ້ນ ແມ່ນ​ອີງ​ຕາມ​ອັດ­ຕາ​ເງິນ​ເຟີ້​ໃນ​ປີ 2020 ຢູ່​ລະ­ຫວ່າງ 3,63 -6,94%. ສຳ­ລັບ​ປັດ​ໄຈ​ທີ່​ພາ­ໃຫ້​ເກີດ​ການ​ເໜັງ​ລາ­ຄາ​ສິນ­ຄ້າ ແມ່ນ​ມີ 2 ປັດ­ໃຈ​ຄື: ປັດ​ໄຈ​ພາຍ​ນອກ ໃນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ການ​ຂົນ­ສົ່ງ​ສິນ­ຄ້າ​ມີ­ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ ເປັນ­ຕົ້ນ ສິນ­ຄ້າ​ປະ­ເພດ​ວັດ­ຖຸ​ດິບ ອຸ­ປະ­ກອນ​ມາ​ຮັບ​ໃຊ້​ການ​ຜະ­ລິດ ຍ້ອນ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ການ​ຜະ­ລິດ​ພາຍ​ໃນ​ຍັງ​ອ່ອນ​ນ້ອຍ ກະ​ແຈກ​ກະ­ຈາຍ ແນວ​ພັນ ພ້ອມ​ນັ້ນ ອັດ­ຕາ​ແລກ­ປ່ຽນ​ການ​ກໍ​ມີ​ການ​ຂຶ້ນ​ລົງ​ເຮັດ​ໃຫ້​ມີ​ຜົນ​ຕໍ່​ການ​ສັ່ງ​ຊື້​ສິນ­ຄ້າ ສ່ວນ​ປັດ​ໄຈ​ພາຍ​ໃນ ການ​ຜະ­ລິດ​ພາຍ​ໃນ​ຍັງ​ມີ​ຕົ້ນ​ທຶນ​ສູງ ມີ​ຄວາມ​ຈຳ­ກັດ ເຮັດ​ໄດ້​ຕາມ​ລະ­ດູ​ການ ພາກ­ສ່ວນ​ທຸ­ລະ​ກິດ​ຈຳ­ນວນ​ໜຶ່ງ​ມີ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ການ​ປ້ອງ​ກັນ​ໂຄ​ວິດ-19 ສິນ­ຄ້າ​ທີ່​ນຳ​ເຂົ້າ​ຈຳ­ນວນ​ໜຶ່ງ​ຍັງ​ບໍ່​ມີ​ການ​ຕິດ​ສະ­ຫຼາກ ຊາວ​ຄ້າ­ຂາຍ​ຈຳ­ນວນ​ໜຶ່ງ​ຍັງ​ມີ​ແນວ​ຄິດ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ຕາມ​ລຳ­ພັງ​ໃຈ​ໃນ​ເທ​ສະ­ການ​ຕ່າງໆ ຫຼື ໄລ­ຍະ​ທີ່​ມີ​ການ​ສະ­ໜອງ​ສິນ­ຄ້າ​ບໍ່​ພຽງ­ພໍ ດັ່ງ­ນັ້ນ ເພື່ອ​ເປັນ​ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ​ໃຫ້​ເປັນ​ໄປ​ຕາມ​ທີ່​ກຳ­ນົດ​ໄວ້ ທາງ​ການ​ຄ້າ ນວ ໄດ້​ວາງ​ມາດ​ຕະ­ການ​ດ້ວຍ​ການ​ລົງ​ຕິດ­ຕາມ​ກວດ­ກາ​ສິນ­ຄ້າ​ຢ່າງ​ຕໍ່​ເນື່ອງ ທັງ​ໃຊ້​ມາດ​ຕະ­ການ​ຢ່າງ​ເຂັ້ມ​ງວດ ໃນ​ກໍ­ລະ­ນີ​ພົບ​ເຫັນ​ຜູ້​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ຕາມ​ລຳ­ພັງ​ໃຈ ໂດຍ​ຈະ​ປັບ​ໃໝ​ຕາມ​ລະ­ບຽບ​ການ ຖ້າ​ບໍ່​ຕິດ​ປ້າຍ​ລາ­ຄາ​ສິນ­ຄ້າ ມີ​ໂທດ​ປັບ​ໃໝ 5 ແສນ ຫາ 1 ລ້ານ​ກີບ​ຕໍ່​ຄັ້ງ ແຈ້ງ​ຂໍ້​ມູນ​ເທັດ​ກ່ຽວ​ກັບ​ໂຄງ​ປະ­ກອບ​ລາ­ຄາ ຫຼື ຄັງ​ແຮ​ສຳ­ຮອງ ບໍ່​ແຈ້ງ​ໂຄງ​ປະ­ກອບ​ລາ­ຄາ ນຳ​ເອົາ​ສິນ­ຄ້າ​ທີ່​ມີ​ໄວ້​ໃນ​ຄັງ​ແຮ​ອອກ​ຈຳ­ໜ່າຍ​ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ຢຸດ​ປະ­ຕິ­ເສດ ຫຼື ແກ່­ຍາວ​ເວ­ລາ​ການ­ຈຳ­ໜ່າຍ ຫຼື ການ​ບໍ­ລິ­ການ​ໂດຍ​ບໍ່​ມີ​ເຫດ­ຜົນ​ເມື່ອ​ມີ​ຄຳ​ສັ່ງ​ຄຸ້ມ​ຄອງ​ລາ­ຄາ ປັບ​ໃໝ 1 ລ້ານ ຫາ 3 ລ້ານ​ກີບ​ຕໍ່​ຄັ້ງ ແລະ ນຳ​ໃຊ້​ໂຄງ​ປະ­ກອບ​ລາ­ຄາ​ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ປັບ​ໃໝ 1 ລ້ານ ຫາ 5 ລ້ານ​ກີບ​ຕໍ່​ຄັ້ງ.

ພ້ອມ​ກັນ​ນັ້ນ ຮຽກ­ຮ້ອງ​ໃຫ້​ຊາວ​ຄ້າ­ຂາຍ​ໃຫ້​ປະ­ຕິ­ບັດ​ໂຄງ​ປະ­ກອບ​ລາ­ຄາ​ທີ່​ໄດ້​ກຳ­ນົດ​ໄວ້ ສ່ວນ​ຜູ້​ບໍ­ລິ­ໂພກ ຫາກ​ພົບ​ເຫັນ​ການ​ຂຶ້ນ​ລາ­ຄາ​ສິນ­ຄ້າ ສາ­ມາດ​ໂທ​ແຈ້ງ 1510 ຫຼື ເຂົ້າ​ໄປ​ແຈ້ງ​ໄດ້​ທີ່​ຫ້ອງ­ການ​ຈັດ​ສັນ​ຢູ່​ພາຍ​ໃນ​ຕະ­ຫຼາດ​ໂດຍ​ກົງ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!