ຊັບດຽວໄປຄ້ຳປະກັນກັບເຈົ້າໜີ້ຫຼາຍຄົນ

ເນື່ອງ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ ພາ­ໃຫ້​ມີ​ການ​ແກ່ງ​ແຍ່ງ​ແຂ່ງ­ຂັນ ພາ­ໃຫ້​ຄົນ​ເຮົາ​ດີ້ນ­ຮົນ​ທົນ​ສູ້​ເພື່ອ​ເອົາ​ຕົວ​ລອດ​ໄປ​ແຕ່​ລະ​ວັນ ດ້ວຍ​ການ​ຄ້າ­ຂາຍ​ຫງາຍ​ມື ເຮັດ​ທຸ­ລະ​ກິດ ແຕ່​ນ້ອຍ​ຫາ​ໃຫຍ່ ມີ​ມູນ​ຄ່າ​ຕ່ຳ​ຫາ​ສູງ ຈຶ່ງ​ຫຼີກ​ລຽງ​ເລື່ອງ​ທຶນ­ຮອນ​ບໍ່​ໄດ້ ຫົນ­ທາງ​ທີ່​ຈະ​ສາ­ມາດ​ເປັນ​ໄປ​ໄດ້​ກໍ​ຕ້ອງ​ຫາ​ກູ້​ຫາ​ຢືມ​ບຸກ­ຄົນ​ອື່ນ ຊຶ່ງ​ບາງ​ຄັ້ງ​ກໍ​ຕ້ອງ​ຢືມ​ຫຼາຍ​ຄັ້ງ ແລະ ຢືມ​ນຳ​ຫຼາຍ​ຄົນ ໂດຍ​ການ​ເອົາ​ຫຼັກ​ຊັບ ຫຼື ເອົາ​ຊັບ​ອັນ​ດຽວ​ນຳ­ໄປ​ຄ້ຳ­ປະ­ກັນ​ນຳ​ຫຼາຍ​ຄົນ.

ສະ­ນັ້ນ ຕ້ອງ​ເຂົ້າ­ໃຈ​ວ່າ ການ​ທີ່​ນຳ​ເອົາ​ຊັບ​ອັນ​ດຽວ​ນຳ­ໄປ​ຄ້ຳ­ປະ­ກັນ​ນຳ​ເຈົ້າ​ໜີ້​ຫຼາຍ​ຄົນ ແມ່ນ​ການ​ຄ້ຳ­ປະ­ກັນ​ການ​ໃຊ້​ແທນ​ໜີ້​ສິນ ຫຼື ຫຼາຍ​ພັນ­ທະ​ດ້ວຍ​ຊັບ​ອັນ​ດຽວ​ກັບ​ເຈົ້າ​ໜີ້​ຫຼາຍ​ຄົນ ຊຶ່ງ​ປັນ​ຮູບ​ການ​ໜຶ່ງ​ຂອງ​ການ​ຄ້ຳ­ປະ­ກັນ​ຕາມ​ສັນ­ຍາ ເຊັ່ນ: ການ​ຈຳ­ນຳ ແລະ ການ​ຈຳ​ນອງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ແພ່ງ ການ​ນຳ​ຊັບ​ດຽວ​ໄປ​ຄ້ຳ­ປະ­ກັນ​ກັບ​ເຈົ້າ​ໜີ້​ຫຼາຍ​ຄົນ ຕ້ອງ​ມີ​ເງື່ອນ­ໄຂ​ດັ່ງ­ນີ້:

1. ຊັບ​ທີ່​ນຳ­ໄປ​ຄ້ຳ­ປະ­ກັນ ຕ້ອງ​ແມ່ນ​ຊັບ​ຂອງ​ລູກ​ໜີ້ ຫຼື ໃນ​ກໍ­ລະ­ນີ​ທີ່​ເປັນ​ຊັບ​ຂອງ​ບຸກ­ຄົນ​ອື່ນ ກໍ​ຕ້ອງ​ມີ​ການ​ເຫັນ​ດີ​ຢ່າງ​ເປັນ​ລາຍ​ລັກ​ອັກ­ສອນ ໂດຍ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ໃຫ້​ໄປ​ຄ້ຳ­ປະ­ກັນ ເວັ້ນ​ເສຍ​ແຕ່​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ເປັນ​ຢ່າງ​ອື່ນ.

2. ຊັບ​ທີ່​ນຳ­ໄປ​ຄ້ຳ­ປະ­ກັນ ຕ້ອງ​ມີ​ມູນ​ຄ່າ​ເກີນ​ໜີ້​ສິນ​ໃນ​ເວ­ລາ​ຄ້ຳ­ປະ­ກັນ ລວມ​ທັງ​ການ​ຄ້ຳ­ປະ­ກັນ​ຜ່ານ​ມາ​ຕາມ​ການ​ຕົກ­ລົງ​ກັນ ລະ­ຫວ່າງ​ເຈົ້າ​ໜີ້​ກັບ​ລູກ​ໜີ້ ຫຼື ຕາມ​ການ​ຕີ​ມູນ​ຄ່າ​ຊັບ​ໃນ​ເວ­ລາ​ນັ້ນ ຈາກ​ອົງ​ການ­ຈັດ­ຕັ້ງ ຫຼື ສະ​ຖາ​ບັນ​ທີ່​ກ່ຽວ­ຂ້ອງ.

3. ຕ້ອງ​ມີ​ການ​ກຳ­ນົດ ຫຼື ລະ­ບຸ​ມູນ​ຄ່າ​ທີ່​ຍັງ​ເຫຼືອ​ຂອງ​ຊັບ​ດຽວ​ທີ່​ນຳ­ໄປ​ຄ້ຳ­ປະ­ກັນ​ຢ່າງ ຈະ­ແຈ້ງ​ໄວ້​ໃນ​ສັນ­ຍາ​ຄ້ຳ­ປະ­ກັນ​ກັບ​ເຈົ້າ​ໜີ້​ຜູ້​ທຳ​ອິດ ແລະ ຜູ້​ຖັດ​ໄປ ເວັ້ນ​ເສຍ​ແຕ່​ໄດ້​ມີ​ການ​ຕົກ­ລົງ​ກັນ​ເປັນ​ຢ່າງ​ອື່ນ​ໄວ້​ໃນ​ສັນ­ຍາ​ຄ້ຳ­ປະ­ກັນ.

4. ລູກ​ໜີ້​ທີ່​ໄດ້​ນຳ​ຊັບ​ດຽວ​ໄປ​ຄ້ຳ­ປະ­ກັນ ຕ້ອງ​ແຈ້ງ​ໃຫ້​ເຈົ້າ​ໜີ້​ຜູ້​ທຳ​ອິດ​ຊາບ ກ່ຽວ​ກັບ​ການ​ຄ້ຳ­ປະ­ກັນ​ເພີ່ມ ແລະ ເຈົ້າ​ໜີ້​ຜູ້​ໃໝ່ ກ່ຽວ​ກັບ​ການ​ຄ້ຳ­ປະ­ກັນ​ຜ່ານ​ມາ ເປັນ​ລາຍ​ລັກ​ອັກ­ສອນ​ລ່ວງ​ໜ້າ​ຢ່າງ​ໜ້ອຍ 15 ວັນ ເພື່ອ​ໃຫ້​ເຈົ້າ​ໜີ້​ຜູ້​ໃໝ່​ພິ­ຈາ­ລະ­ນາ​ກ່ຽວ​ກັບ​ການ​ຄ້ຳ­ປະ­ກັນ​ເພີ່ມ​ກັບ​ຕົນ.

5. ໃນ​ກໍ­ລະ­ນີ​ທີ່​ຊັບ​ດຽວ​ນັ້ນ ຫາກ​ເປັນ​ອະ­ສັງ­ຫາ­ລິ­ມະ​ຊັບ ເຈົ້າ​ໜີ້ ແລະ ລູກ​ໜີ້ ຕ້ອງ​ໄດ້​ຈົດ​ທະ­ບຽນ​ການ​ຄ້ຳ­ປະ­ກັນ​ຄັ້ງ​ທຳ​ອິດ​ກ່ອນ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ມາດ­ຕາ 562 ຂອງ​ປະ­ມວນ​ກົດ­ໝາຍ​ແພ່ງ ຈຶ່ງ​ມີ​ສິດ​ນຳ­ໄປ​ຄ້ຳ­ປະ­ກັນ​ເພີ່ມ​ໄດ້ ແລະ ການ​ຄ້ຳ­ປະ­ກັນ​ເພີ່ມ​ຄັ້ງ​ຕໍ່​ໄປ ກໍ​ຕ້ອງ​ໄດ້​ຈົດ​ທະ­ບຽນ ຈຶ່ງ​ມີ​ສິດ​ນຳ­ໄປ​ຄ້ຳ­ປະ­ກັນ​ໄດ້.

ເຈົ້າ​ໜີ້​ແຕ່­ລະ­ຄົນ ທີ່​ມີ​ການ​ຄ້ຳ­ປະ­ກັນ​ດ້ວຍ​ຊັບ​ດຽວ ຈະ​ໄດ້​ຮັບ​ບຸ­ລິ­ມະ­ສິດ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ມາດ­ຕາ 524 ຂອງ​ປະ­ມວນ​ກົດ­ໝາຍ​ແພ່ງ ຊຶ່ງ​ໄດ້​ກຳ­ນົດ​ກ່ຽວ​ກັບ​ບຸ­ລິ­ມະ­ສິດ​ໃນ​ການ​ໄດ້​ຮັບ​ການ​ໃຊ້​ແທນ​ໜີ້​ສິນ​ກ່ອນ​ເຈົ້າ​ໜີ້​ຜູ້​ອື່ນ.

ການ​ຍົກ​ເອົາ​ບັນ­ຫາ​ດັ່ງ­ກ່າວ​ນີ້​ມາ​ສະ­ເໜີ ຈຸດ­ປະ­ສົງ​ກໍ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຕື່ມ​ອີກ​ໃຫ້​ແກ່​ເຈົ້າ​ໜີ້ ແລະ ລູກ​ໜີ້ ພ້ອມ​ກັນ​ນີ້ ກໍ​ເພື່ອ​ຫຼີກ­ເວັ້ນ​ບັນ­ຫາ​ທີ່​ຈະ​ເກີດ​ຕາມ​ມາ ຊຶ່ງ​ຈະ​ສ້າງ​ຄວາມ​ອັບ​ປະ­ໂຫຍດ​ໃຫ້​ແກ່​ຝ່າຍ​ໃດ​ຝ່າຍ​ໜຶ່ງ ໃນ​ການ​ປະ­ຕິ­ບັດ​ສັນ­ຍາ​ນັ້ນໆ

ໂດຍ: ໄມ້​ງັດ

error: Content is protected !!