ເມືອງສີໂຄດ ສໍາເລັດແຂ່ງຂັນສິລະປະວັນນະຄະດີນ້ອງນັກຮຽນ ປະຈໍາປີ 2020

    ຫ້ອງການສຶກສາທິການ ແລະ ກີບລາ ເມືອງສີໂຄດຕະບອງ ຈັດການແຂ່ງຂັນສິລະປະວັນນະຄະດີນ້ອງນັກຮຽນ ຊັ້ນ ມ ຕົ້ນ ແລະ ມ ປາຍ ທົ່ວເມືອງສີໂຄດຕະບອງ ປະຈໍາປີ 2020 ຈັດຂຶ້ນວັນທີ 26 ທັນວາ 2020 ຢູ່ໂຮງຮຽນຮຸ່ງເຮືອງ ໂດຍມີທ່ານນາງ ຊື່ນຈິດ ເສລີໂນຄໍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ມີບັນດາຄະນະຜູ້ອໍານວຍການໂຮງຮຽນ ທັງພາກລັດ ແລະ ເອກະຊົນ ມີຄະນະກໍາມະການຕັດສິນ ພ້ອມດ້ວຍຄູອາຈານ ນ້ອງນັກຮຽນ ແລະ ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ມະນີຫົງ ຈັນທະວົງສາ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍສະເພາະ ປະຕິບັດຕາມແຜນການຮຽນ-ການສອນ ໃຫ້ໄດ້ຕາມ 5 ຫຼັກມູນ 3 ລັກສະນະ ແລະ 3 ຂໍ້ແຂ່ງຂັນຂອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ກໍຄືກະຊວງສຶກສາທິການ ແລະ ກີລາ ວາງອອກ ທັງເປັນການສົ່ງເສີມນ້ອງໆຜູ້ທີ່ມີພອນສະຫວັນ-ພອນສະແຫວງເຂົ້າແຂ່ງຂັນສູງຂຶ້ນໄປ ນອກຈາກນີ້ ຍັງເຮັດໃຫ້ນ້ອງໆມີສຸຂະພາບທີ່ດີ ມີອາລົມຈິດແຈ່ມໃສ ມີຄວາມເບີກບານມ່ວນຊື່ນ ພ້ອມທີ່ຈະເປັນນັກຮຽນເກ່ງ ເປັນຕົວແທນຂອງເມືອງ ເຂົ້າຮ່ວມແຂ່ງຂັນໃນລະດັບນະຄອນຫຼວງວຽງຈັນ ໃນຕໍ່ໜ້າ.

    ການແຂ່ງຂັນສິລະປະວັນນະຄະດີນ້ອງນັກຮຽນຊັ້ນ ມ ຕົ້ນ ມີ 3 ປະເພດ ປະກອບມີ: ຮ້ອງເພງ ມີ 15 ຄະນະ ຂັບລໍາ ມີ 8 ຄະນະ ແລະ ຟ້ອນ ມີ 12 ຄະນະ ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດຮ້ອງເພງ ທີ 1 ມສ ນິຕ້າ ທີ 2 ມສ ແສງສະຫວັນ 3 ມສ ຊະນະພົນ ແລະ ທີ 4 ມສ ຮຸ່ງເຮືອງ ປະເພດຂັບລໍາ ທີ 1 ມສ ຊະນະພົນ ທີ 2 ມສ ໄຊຖາວອນ ທີ 3 ມສ ເກົ້າລ້ຽວ ແລະ ທີ 4 ມສ ຮຸ່ງເຮືອງ ປະເພດຟ້ອນ ທີ 1 ມສ ຮຸ່ງເຮືອງ ທີ 2 ມສ ຈັນສະຫວ່າງ ທີ 3 ມສ ຄໍາສີ ແລະ ທີ 4 ມ ຕົ້ນ ສີໄຄ.

    ສໍາລັບການແຂ່ງຂັນສິລະປະວັນນະຄະດີນ້ອງນັກຮຽນຊັ້ນ ມ ປາຍ ມີ 3 ປະເພດ ປະກອບມີ: ຮ້ອງເພງ ມີ 8 ຄະນະ ຂັບລໍາ ມີ 5 ຄະນະ ແລະ ຟ້ອນ ມີ 6 ຄະນະ ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດຮ້ອງເພງ ທີ 1 ມິດຕະພາບວຽງຈັນ-ໂຮ່ຈີມິນ ທີ 2 ມສ ແສງສະຫວັນ 3 ແລະ ທີ 3 ຮ່ວມ ມສ ຮຸ່ງເຮືອງ ແລະ ມສ ຈັນສະຫວ່າງ ປະເພດຂັບລໍາ ທີ 1 ມິດຕະພາບວຽງຈັນ-ໂຮ່ຈີມິນ ທີ 2 ມສ ຈັນສະຫວ່າງ ທີ 3 ມສ ທົ່ງປົ່ງ ແລະ ທີ 4 ມສ ແສງສະຫວັນ 3 ປະເພດຟ້ອນ ທີ 1 ມສ ຮຸ່ງເຮືອງ ທີ 2 ມິດຕະພາບວຽງຈັນ-ໂຮ່ຈີມິນ ທີ 3 ມສ ທົ່ງປົ່ງ ແລະ ທີ 4 ມສ ໜອງດ້ວງ.

                            # ຂ່າວ & ພາບ : ສີພອນ

error: Content is protected !!