ໄຊເສດຖາຄຸມເຂັ້ມແຮງງານລາວທີ່ກັບຈາກຕ່າງປະເທດ

    ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາຫົວໜ້າ ຄະນະຮັບຜິດຊອບສະກັດກັ້ນ ແລະ ປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ເມືອງໄຊເຊດຖາ ໃຫ້ສໍາພາດວັນທີ 3 ເມສາ 2020 ທີ່ສໍານັກງານປົກຄອງດັ່ງກ່າວວ່າ: ສູນກັກບໍລິເວນແຮງງານລາວທີ່ກັບຈາກຕ່າງປະເທດ ຢູ່ໂຮງຮຽນມັດທະຍົມສຶກສາສົມບູນນາຄວາຍ ມີຈໍານວນ 55 ຄົນ ມາຮອດປັດຈຸບັນເພີ່ມຂຶ້ນເປັນ 58 ຄົນ ຍິງ 38 ຄົນ ໃນນີ້ພວກເຮົາໄດ້ສົມທົບກັບ ປກສ ເມືອງ ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ ແລະ ທີມງານແພດໝໍໃນການເບິ່ງແຍງດູແລແຮງງານດັ່ງກ່າວ ໂດຍໄດ້ມີມາດຕະການກວດສຸຂະພາບ ເປັນຕົ້ນ ການວັດແທກອຸນຫະພູມກັ່ນ

ກອງຫາຜູ້ຕິດເຊື້ອພະຍາດໂຄວິດ-19 ວັນລະສອງຄັ້ງຄື: ຕອນເຊົ້າເລີ່ມ 6:00 ໂມງເຊົ້າ ແລະ ຕອນແລງ 16:00 ໂມງ ພ້ອມນັ້ນໄດ້ປະສານສົມທົບກັບຄອບຄົວຜູ້ທີ່ມາກັກບໍລິເວນ ເພື່ອໃຫ້ການຊ່ວຍເຫຼືອອໍານວຍຄວາມສະດວກເຄື່ອງອຸປະໂພກ-ບໍລິໂພກໃຫ້ກຸ່ມຄົນດັ່ງກ່າວ ນອກນັ້ນ ກໍໄດ້ໃຫ້ການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ມີຄວາມຮັບຮູ້ ເຂົ້າໃຈກັບບັນຫາດັ່ງກ່າວ ນອກຈາກນີ້ແລ້ວ ຍັງມີແຮງງານທີ່ກັບຈາກຕ່າງປະເທດກັກໂຕເອງຢູ່ເຮືອນ 57 ກໍລະນີ ຍິງ 45 ກໍລະນີ ໃນນີ້ຄະນະຮັບຜິດຊອບສະກັດກັ້ນ ຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໄດ້ເຮັດບົດບັນທຶກເພື່ອໃຫ້ມີຄວາມສະດວກໃນການຕິດຕາມ ພ້ອມທັງນໍາໃຊ້ເຄື່ອງມືທີ່ທັນສະໄໝ ໂດຍໃຊ້ແອັບ EOC ໄຊເສດຖາ (ລະບົບປະຕິບັດການເມືອງໄຊເຊດຖາ) ຕິດຕັ້ງໂທລະໂຄ່ງ ໂຄສະນາສຸຂະສຶກສາກ່ຽວກັບວິີປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໄຂ້ຍຸງລາຍ ແລະ ລະບົບດັ່ງກ່າວຈະມີການອັບເດດຂໍ້ມູນໃນແຕ່ລະອາທິດ. 

    ທ່ານ ຄໍາສະຫວັນ ໂຄດໄຊ ໃຫ້ຮູ້ຕື່ມອີກວ່າ: ໂດຍອີງໃສ່ຄໍາສັ່ງເລກທີ 06/ນຍ ຄະນະຮັບຜິດຊອບ ສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຈະໄດ້ສືບຕໍ່ເອົາໃຈໃສ່ກັນກອງຫາຜູ້ຕິດເຊື້ອພະຍາດດັ່ງກ່າວຢ່າງເຂັ້ມງວດ ແລະ ໃຊ້ມາດຕະການຢ່າງເດັດຂາດ ເຊິ່ງໄລຍະຜ່ານມາການຕິດຕາມສຸຂະພາບກັ່ນກອງຫາຜູ້ຕິດເຊື້ອຂອງແຮງງານລາວທີ່ກັບຈາກຕ່າງປະເທດ ໃນປັດຈຸບັນເຫັນວ່າທຸກຄົນມີສຸຂະພາບແຂງແຮງດີ ແລະ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ຫ້າງຮ້ານ ຫົວໜ່ວຍທຸລະກິດ ຮ້ານຂາຍເຄື່ອງຍ່ອຍຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ເອົາໃຈໃສ່ໃນການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ຕາມກະຊວງສາທາລະນະສຸກວາງອອກຢ່າງເຄັ່ງຄັດ.

error: Content is protected !!