ກະຊວງພາຍໃນສະຫຼອງວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

    ກະຊວງພາຍໃນ ຈັດພິທີປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນ ຢຸດຕິການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນວັນທີ 25 ທັນວາ 2020 ທີ່ກະຊວງດັ່ງກ່າວ ເຜີຍແຜ່ເອກະສານໂດຍທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ທ່ານຫົວໜ້າກົມ ຮອງກົມ ພະແນກການ ພ້ອມດ້ວຍທ່ານຫົວ ໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແລະ ພະນັກງານລັດຖະກອນພາຍໃນກະຊວງ ພາຍໃນເຂົ້າຮ່ວມ.

    ພາຍໃນງານ ໄດ້ຮັບຝັງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 475/ຫສ

ປະຫວັດຄວາມເປັນມາຂອງວັນສາກົນຢຸດຕິການການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 25 ພະຈິກ ພ້ອມທັງໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຈາກທ່ານນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ນຳອີກ.

​                           # ຂ່າວ & ພາບ: ບຸນມີ

error: Content is protected !!