ຍ່າງເພື່ອສຸຂະພາບຕາມຮອຍຜູ້ນໍາ-ທ່ຽວຊົມຖໍ້າປະທານ ສຸພານຸວົງ ສະເຫຼີມສະຫຼອງວັນສໍາຄັນຂອງຊາດ

     ສະມາຄົມຜູ້ອາຍຸສູງນະຄອນຫຼວງວຽງຈັນ ຈັດກິດຈະກໍາຍ່າງເພື່ອສຸຂະພາບຕາມຮອຍຜູ້ນໍາ-ທ່ຽວຊົມຖໍ້າປະທານ ສຸພານຸວົງ ຢູ່ຕາດຊອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 25 ທັນວາ 2020 ໂດຍການນໍາພາຂອງທ່ານ ສົມພົງ ມົງຄົນວິໄລ ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ອະດີດປະທານອົງການທ່ອງທ່ຽວແຫ່ງຊາດ ປະທານສະມາຄົມຜູ້ອາຍຸສູງ ຖືກຕ້ອນຮັບຈາກທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະ ຈໍາກັດຜູ້ດຽວ ຜູ້ສໍາປະທານຕາດຊອນ ມີປ້າ ອີ ກຸນລະວົງ ວິລະຊົນແຫ່ງຊາດ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ຄະນະບໍລິຫານສະມາຄົມ ສະມາຊິກ ພະນັກງານປະຕິວັດ-ອາວຸໂສບໍານານ ຊາວໜຸ່ມ ເຍົາວະຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ 200 ກວ່າທ່ານ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!