ໂຮງແຮມຄຣາວ ພລາຊ່າ ວຽງຈັນ ອວຍພອນໜັງສືພິມວຽງຈັນໃໝ່

    ໃນໂອກາດສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃໝ່ສາກົນ 2021 ວັນທີ 28 ທັນວາ 2020 ທ່ານ ປີເຕີ ນາມມະວົງອຸດົມ ຜູ້ອຳນວຍການຝ່າຍການຕະຫຼາດ ແລະ ການສື່ສານ ໂຮງແຮມຄຣາວ ພລາຊ່າ ວຽງຈັນ ພ້ອມຄະນະ ຕາງໜ້າໃຫ້ຜູ້ບໍລິຫານໂຮງແຮມຄຣາວ ພລາຊ່າ ວຽງຈັນ ໄດ້ມາອວຍພອນຄະນະບັນນາທິການ ແລະ ພະນັກງານໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ໂດຍການຕ້ອນຮັບຂອງທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງໂຮງແຮມຄຣາວ ພລາຊ່າ ວຽງຈັນ ເຊິ່ງເປັນລູກຄ້າທີ່ໄດ້ໃຊ້ບໍລິການໜັງສືພິມວຽງຈັນໃໝ່ມາຕະຫຼອດ ໃນການລົງຂ່າວ ແລະ ລົງໂຄສະນາຕ່າງໆຂອງໂຮງແຮມ ຄຣາວ ພລາຊາ ວຽງຈັນ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!