ມອບຫຼຽນກາລະນຶກແກ່ສະມາຊິກສະພາປະຊາຊົນ ນວ

    ພິທີມອບຫຼຽນກາລະນຶກ ແກ່ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ຈັດຂຶ້ນວັນທີ 25 ທັນວາ 2020 ທີ່ສຳນັກງານປົກຄອງ ນວ ເປັນກຽດມອບໂດຍທ່ານນາງ ຄຳຟອງ ພູມວົງໄຊ ຮອງປະທານສະພາປະຊາຊົນ ນວ.

    ໃນພິທີ ທ່ານ ຄະນະເສນ ສີຫາລາດ ຮອງເລຂາທິການສະພາປະຊາຊົນ ນວ ໄດ້ຜ່ານມະຕິຂອງຄະນະປະຈຳສະພາປະຊາຊົນ ນວ ວ່າດ້ວຍການມອບຫຼຽນກາລະນຶກພ້ອມໃບຫຼຽນກາລະນຶກ ໃຫ້ ສປ ນວ ຊຸດທີ I ຈຳນວນ 28 ທ່ານ ຍິງ 9 ທ່ານ ຫຼຽນດັ່ງກ່າວ ໄດ້ສະແດງເຖິງຜົນງານຂອງການປະຕິບັດໜ້າທີ່ວຽກງານ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານຂອງບັນດາ ສປ ນວ ເປັນຕົ້ນແມ່ນການເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ໃນການນຳສະເໜີ ແລະ ແກ້ໄຂບັນຫາຕ່າງໆທີ່ປະຊາຊົນໃຫ້ຄວາມສົນໃຈ.

​                           # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!