ທະນາຄານຮ່ວມທຸລະກິດລາວ-ຫວຽດ ເຂົ້າອວຍພອນໜັງສືພິມວຽງຈັນໃໝ່

    ວັນທີ 28 ທັນວາ 2020 ທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ໄດ້ຕ້ອນຮັບການເຂົ້າອວຍພອນຂອງທ່ານນາງ  ແສງມະນີ ພິລາວົງ  ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດລາວ-ຫວຽດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2020 ຕ້ອນຮັບປີໃໝ່ 2021 ທີ່ຈະມາເຖິງນີ້.

    ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງຜູ້ບໍລິຫານ ກໍຄືພະນັກງານທະນາຄານຮ່ວມທຸລະກິດລາວ-ຫວຽດທຸກຂັ້ນ ຈົ່ງມີຄວາມຜາສຸກໃນຊີວິດສ່ວນຕົວ ຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ ເຊິ່ງການເຂົ້າອວຍພອນຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງພາກສ່ວນໃຫ້ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນຕະຫຼອດໄປ.

​                           # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!