ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ທັນວາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າຄອງ ຫົວໜ້າພະແນກການ ເຈົ້າເມືອງ 9 ຕົວເມືອງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວໄຂກອງປະຊຸມໃນຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 28 ຫາ 30 ທັນວາ 2020 ເພື່ອສຸມໃສ່ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫຼວງຄື:

1) ຮັບຟັງການຕິລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 05 ປີ (2016-2020) ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021D

2) ຮັບຟັງການສະເໜີທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫຼວງ (2021-2025).

3) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບປະຈໍາພາກກາງ ບົດລາຍງານຜົນການກວດສອບຍົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ຂອງນະຄອນຫຼວງ.
4) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2021 ຂອງໄອຍະການປະຊາຊົນ ແລະ ສານປະຊາຊົນນະຄອນຫຼວງ.

5) ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ປີ 2020 ຂອງສະພາປະຊາຊົນນະຄອນຫຼວງ ຊຸດທີ I ແລະ ແຜນການກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການປະຈໍາປີ 2021 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ II.
6) ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງ ຕໍ່ກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນນະຄອນຫຼວງ.
7) ຈະໄດ້ຮັບຟັງການຊີ້ແຈງບັນຫາສໍາຄັນຂອງອົງການປົກຄອງນະຄອນຫຼວງ.
# ຂ່າວ & ພາບ: ເພັດສະໝອນ