ແຄຣອດ (Carrot) ມີປະໂຫຍດຫຼາຍກວ່າທີ່ຄິດ

ຫົວ​ແຄ​ຣອດ ມີ​ສານ​ແຄວ​ຊຽມ ເພັກ​ເຕດ ທີ່​ຊ່ວຍ​ຫຼຸດ​ລະ­ດັບ​ຄໍ​ເລດ​ເຕີ​ລອນ​ໃນ​ເລືອດ ຫຼຸດ​ອັດ­ຕາ​ການ​ເກີດ​ພະ­ຍາດ­ຫົວ­ໃຈ ແລະ ປ້ອງ​ກັນ​ພາ­ວະ​ຫົວ­ໃຈ​ລົ້ມ​ເຫຼວ ຫຼຸດ​ການ​ເກີດ​ພະ­ຍາດ​ຫຼອດ​ເລືອດ​ໃນ​ສະ­ໝອງ​ອຳ­ມະ­ພາດ ຄວາມ­ດັນ­ເລືອດ­ສູງ ແລະ ຕາ­ຟາງ​ໄດ້.

ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ຈາກ​ການ​ເກີດ​ພະ­ຍາດ­ຫົວ­ໃຈ ແລະ ພາ­ວະ​ຫົວ­ໃຈ​ລົ້ມ​ເຫຼວ.

ຊ່ວຍ​ບຳ­ລຸງ ແລະ ຮັກ­ສາ​ສາຍ­ຕາ ແກ້​ອາ­ການ​ຕາ­ຟາງ.

ຊ່ວຍ​ຍ່ອຍ​ອາ­ຫານ ແລະ ຊ່ວຍ​ຫຼຸດ​ອາ­ການ​ຖ່າຍ​ຍາກ.

ໃຊ້​ເປັນ​ຢາ​ຂັບ​ປັດ​ສະ​ວະ.

ຊ່ວຍ​ຫຼຸດ​ລະ­ດັບ​ຄໍ​ເລດ​ເຕີ​ຣອນ​ໃນ​ຮ່າງ­ກາຍ.

ຊ່ວຍ​ປິ່ນ­ປົວ​ພະ­ຍາດ​ຄວາມ­ດັນ­ເລືອດ­ສູງ​ໄດ້.

ຊ່ວຍ​ປິ່ນ­ປົວ​ລະ­ດັບ​ນ້ຳ­ຕານ​ໃນ​ເລືອດ.

ຊ່ວຍ​ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ລະ­ບົບ​ໄຫຼ​ວຽນ​ຂອງ​ເລືອດ.

ຊ່ວຍ​ບຳ­ລຸງ​ເຊວ​ຜິວ­ໜັງ.

ຊ່ວຍ​ບຳ­ລຸງ​ເສັ້ນ​ຜົມ​ໃຫ້​ເງົາ​ງາມ.

ຊ່ວຍ​ຫຼຸດ​ອັດ­ຕາ​ການ​ເກີດ​ພະ­ຍາດ​ຫຼອດ​ເລືອດ​ໃນ​ສະ­ໝອງ ແລະ ອຳ­ມະ­ພາດ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!