ການແຕ່ງຜູ້ປົກຄອງ

ສູ່​ມື້­ນີ້​ມີ​ເດັກ​ຫຼາຍ​ຄົນ​ຖືກ​ປ່ອຍ­ປະ​ລະ­ເລີຍ ຍ້ອນ​ພໍ່ ຫຼື ແມ່​ເສຍ​ຊີ­ວິດ ຫຼື ພໍ່ ແລະ ແມ່​ເສຍ​ຊີ­ວິດ ພໍ່ ຫຼື ແມ່​ຂາດ​ຄວາມ​ຮັບ­ຜິດ­ຊອບ ຂາດ​ຄວາມ​ສາ­ມາດ​ທາງ​ດ້ານ​ການ​ປະ­ພຶດ ຕິດ​ຢາ​ເສບ​ຕິດ ຫຼີ້ນ​ການ​ພະ­ນັນ​ຈົນ​ໝົດ​ເນື້ອ​ໝົດ​ຕົວ ພໍ່ ຫຼື ແມ່​ເຈັບ​ປ່ວຍ​ເປັນ​ພະ­ຍາດ​ຮ້າຍ​ແຮງ ເດັກ​ຈຶ່ງ​ໄດ້​ຮັບ​ຄວາມ​ລະ­ກຳ​ລຳ­ບາກ​ໄປ​ຕາມໆ​ກັນ ມີ​ເດັກ​ຈຳ­ນວນ​ໜຶ່ງ ຖືກ​ຂູດ​ຮີດ​ແຮງ​ງານ ຖືກ​ລ່ວງ​ລະ­ເມີດ​ທາງ​ເພດ ເສບ​ຢາ​ເສບ​ຕິດ ຫາ​ກິນ​ຕາມ​ສະ­ຖານ­ທີ່​ຊຸມ​ຊົນ ຊຶ່ງ​ມີ​ຄວາມ​ສ່ຽງ​ຕໍ່​ຊີ­ວິດ ສຸ­ຂະ­ພາບ ການ​ສຶກ​ສາ ແລະ ບັນ­ຫາ​ອື່ນໆ.

ສະ­ນັ້ນ ເພື່ອ​ເປັນ​ການ​ປ້ອງ​ກັນ​ບັນ­ຫາ​ເຫຼົ່າ​ນີ້ ການ​ຖື​ຜົນ​ປະ­ໂຫຍດ​ຂອງ​ເດັກ​ເປັນ​ສິ່ງ​ສູງ​ສຸດ​ນັ້ນ ກົດ­ໝາຍ​ຈະ​ຕ້ອງ​ມີ​ມາດ​ຕະ­ການ ເພື່ອ​ປົກ​ປ້ອງ​ເຂົາ­ເຈົ້າ​ແຕ່​ຫົວ­ທີ ຍ້ອນ​ພໍ່​ແມ່​ເດີມ​ຂອງ​ເຂົາ­ເຈົ້າ​ບໍ່​ສາ­ມາດ​ເປັນ​ທີ່​ເພິ່ງ​ໄດ້ ປະ­ມວນ​ກົດ­ໝາຍ​ແພ່ງ ຈຶ່ງ​ໄດ້​ອະ­ນຸ­ຍາດ​ໃຫ້​ມີ​ການ​ແຕ່ງ­ຕັ້ງ​ຜູ້​ປົກ­ຄອງ​ເດັກ.

ປະ­ມວນ​ກົດ­ໝາຍ​ແພ່ງ​ມາດ­ຕາ 222 ໄດ້​ກຳ­ນົດ​ວິ­ທີ​ການ​ແຕ່ງ­ຕັ້ງ​ຜູ້​ປົກ­ຄອງ​ໄວ້​ດັ່ງ­ນີ້ ພາຍ­ຫຼັງ​ທີ່​ໄດ້​ຮັບ​ແຈ້ງ​ກ່ຽວ​ກັບ​ເດັກ ຊຶ່ງ​ຂາດ​ການ​ເບິ່ງ­ແຍງ​ດູ​ແລ​ຈາກ ພໍ່ ແມ່ ທີ່​ໄດ້​ເສຍ​ຊີ­ວິດ ໄດ້​ຖືກ​ປົດ​ສິດ​ໃນ​ການ​ເປັນ​ພໍ່​ແມ່​ເຈັບ­ເປັນ ຫຼື ຍ້ອນ​ສາ­ເຫດ​ອື່ນ ນາຍ­ບ້ານ​ແຕ່ງ­ຕັ້ງ​ຜູ້​ປົກ­ຄອງ​ເດັກ​ຢ່າງ​ຊ້າ​ພາຍ​ໃນ 1 ເດືອນ ໂດຍ​ໃຫ້​ເລືອກ​ເອົາ​ຈາກ​ຍາດ​ພີ່­ນ້ອງ​ໃກ້­ຊິດ​ຂອງ​ເດັກ.

ໃນ​ກໍ­ລະ­ນີ​ທີ່​ຍາດ​ໃກ້­ຊິດ ຫາກ​ບໍ່​ຮັບ​ເປັນ​ຜູ້​ປົກ­ຄອງ ຫຼື ຍາດ​ໃກ້­ຊິດ ມີ​ພຶດ­ຕິ​ກຳ​ໃດ​ໜຶ່ງ​ທີ່​ຂັດ​ກັບ​ຜົນ​ປະ­ໂຫຍດ​ຂອງ​ເດັກ ນາຍ­ບ້ານ​ຕ້ອງ​ສະ­ເໜີ​ຕໍ່​ສານ​ເປັນ​ຜູ້​ພິ­ຈາ­ລະ­ນາ​ຕັດ­ສິນ ແຕ່ງ­ຕັ້ງ​ຜູ້​ອື່ນ​ເປັນ​ຜູ້​ປົກ­ຄອງ​ເດັກ.

ນາຍ­ບ້ານ​ມີ­ໜ້າ​ທີ່​ປະ­ຕິ­ບັດ​ການ​ກວດ­ກາ ການ­ເຄື່ອນ­ໄຫວ​ຂອງ​ຜູ້​ປົກ­ຄອງ​ນັ້ນ​ຢ່າງ​ເປັນ​ປະ­ຈຳ ຜູ້​ບໍ່​ພົ້ນ​ກະ­ສຽນ­ອາ­ຍຸ ຜູ້​ບໍ່​ມີ​ຄວາມ​ສາ­ມາດ​ທາງ​ດ້ານ​ການ​ປະ­ພຶດ ຜູ້​ທີ່​ຖືກ​ປົດ​ສິດ​ໃນ​ການ​ເປັນ​ພໍ່​ແມ່ ຫຼື ຜູ້​ທີ່​ມີ​ການ​ປະ­ພຶດ​ບໍ່​ເໝາະ​ສົມ ບໍ່​ສາ­ມາດ​ແຕ່ງ­ຕັ້ງ​ມາ​ເປັນ​ຜູ້​ປົກ­ຄອງ​ເດັກ​ໄດ້.

ຜູ້​ປົກ­ຄອງ​ເດັກ ມີ​ພັນ­ທະ​ລ້ຽງ​ດູ ສຶກ​ສາ​ອົບ­ຮົມ ເອົາ­ໃຈ­ໃສ່​ຕໍ່​ສຸ­ຂະ­ພາບ​ການ​ຮ່ຳ­ຮຽນ ແລະ ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ຂອງ​ເດັກ ຜູ້​ປົກ­ຄອງ​ເດັກ ມີ​ສິດ​ເປັນ​ຜູ້­ຕາງ­ໜ້າ​ຂອງ​ເດັກ​ໃນ​ການ​ເຮັດ​ສັນ­ຍາ ແລະ ການ­ເຄື່ອນ­ໄຫວ​ຕ່າງໆ.

ເມື່ອ​ເຫັນ​ວ່າ ຜູ້​ປົກ­ຄອງ​ເດັກ ຫາກ​ມີ​ການ​ປະ­ພຶດ​ບໍ່​ດີ ບໍ່​ມີ​ຄວາມ​ສາ­ມາດ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່ ຫຼື ພັນ­ທະ​ຂອງ​ຕົນ​ຢ່າງ​ເໝາະ​ສົມ​ແລ້ວ ອາດ​ຖືກ​ຖອນ ຫຼື ປ່ຽນ​ຜູ້​ປົກ­ຄອງ​ກໍ​ໄດ້​ຕາມ​ການ​ຕັດ­ສິນ​ຂອງ​ສານ.

ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ກົດ­ໝາຍ​ກໍ​ໄດ້​ລະ­ບຸ​ເງື່ອນ­ໄຂ​ທີ່​ພາ­ໃຫ້​ຜູ້​ປົກ­ຄອງ​ເດັກ​ສິ້ນ​ສຸດ​ໄວ້ ໃນ​ກໍ­ລະ­ນີ​ໃດ​ໜຶ່ງ ດັ່ງ­ນີ້: 1. ເມື່ອ​ເດັກ​ຫາກ​ໄດ້​ພົ້ນ​ກະ­ສຽນ­ອາ­ຍຸ​ແລ້ວ ໝາຍ​ຄວາມ​ວ່າ ເດັກ​ມີ​ອາ­ຍຸ 18 ປີ​ຂຶ້ນ​ໄປ 2. ຜູ້​ປົກ­ຄອງ​ເດັກ​ເສຍ​ຊີ­ວິດ ໝາຍ​ຄວາມ​ວ່າ​ຜູ້​ທີ່​ຖືກ​ແຕ່ງ­ຕັ້ງ​ຈາກ​ນາຍ­ບ້ານ ຫຼື ຖືກ​ແຕ່ງ­ຕັ້ງ​ຕາມ​ຄຳ​ຕັດ­ສິນ​ຂອງ​ສານ​ໄດ້​ເສຍ​ຊີ­ວິດ 3. ຜູ່​ປົກ­ຄອງ​ເດັກ​ເສຍ​ຄວາມ​ສາ­ມາດ​ທາງ​ດ້ານ​ການ​ປະ­ພຶດ ໝາຍ​ຄວາມ​ວ່າ ເປັນ​ຄົນ​ບ້າ ຫຼື ເສຍ​ຈິດ ແຕ່​ຕ້ອງ​ມີ​ການ​ຢັ້ງ­ຢືນ​ຈາກ​ຊ່ຽວ­ຊານ​ທາງ​ດ້ານ​ຈິດ​ຕະ​ພະ­ຍາດ.

ສິ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ແມ່ນ​ຄວາມ​ຈຳ­ເປັນ ແມ່ນ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ເດັກ​ຜູ້​ຊຶ່ງ​ຂາດ​ຄວາມ​ອົບ​ອຸ່ນ ຂາດ​ກຳ­ລັງ​ໃຈ ຂາດ​ຜູ້​ລ້ຽງ​ດູ​ເບິ່ງ­ແຍງ ແລະ ສົ່ງ­ເສີມ ຫາກ​ພວກ​ເຮົາ​ປ່ອຍ­ປະ​ລະ­ເລີຍ ພວກ​ກຸ່ມ​ຄົນ​ບໍ່​ດີ​ຈະ​ສວຍ​ໃຊ້​ໂອ­ກາດ​ນີ້ ເພື່ອ​ແກ່​ດຶງ​ເອົາ​ເດັກ​ໄປ​ສູ່​ຫົນ­ທາງ​ທີ່​ມືດ​ມົນ ແລະ ຫາຍ­ຍະ­ນະ​ໄດ້ ໂດຍ​ສະ­ເພາະ ພວກ​ເຂົາ​ຈະ​ຢືມ​ມື​ເດັກ​ເຫຼົ່າ​ນີ້ ສ້າງ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ໂດຍ: ໄມ້​ງັດ

error: Content is protected !!