ພູເບ້ຍ ມອບອາກອນກຳໄລລ່ວງໜ້າ 4,1 ລ້ານໂດລາສະຫະລັດ ໃຫ້ລັດຖະບານລາວ

ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ມອບ​ພັນ­ທະ​ອາ­ກອນ​ກຳ­ໄລ​ລ່ວງ​ໜ້າ ລວມ​ມູນ​ຄ່າ 4,1 ໂດ​ລາ​ສະ­ຫະ­ລັດ ໃຫ້​ລັດ­ຖະ­ບານ​ລາວ ເຊິ່ງ​ການ​ມອບ​ພັນ­ທະ​ອາ­ກອນ​ດັ່ງ­ກ່າວ ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປະ­ກອບ­ສ່ວນ​ດ້ານ​ການ​ເງິນ​ຂອງ​ບໍ­ລິ­ສັດ​ໃຫ້​ປະ­ເທດ​ລາວ ນອກ­ຈາກ​ຄ່າ​ພາ­ສີ​ຊັບ­ພະ­ຍາ­ກອນ​ແຮ່​ທາດ ອາ­ກອນ​ປະ­ເພດ​ຕ່າງໆ ແລະ ພັນ­ທະ​ອື່ນໆ ລວມ​ທັງ​ຄ່າ​ທຳ­ນຽມ​ບໍ­ລິ­ການ​ນຳ​ເຂົ້າ.

ນັບ​ແຕ່​ເລີ່ມ​ດຳ­ເນີນ​ງານ​ໃນ​ລາວ ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ໄດ້​ມອບ​ພັນ­ທະ​ອາ­ກອນ​ກຳ­ໄລ​ໃຫ້​ລັດ­ຖະ­ບານ​ລາວ​ຢ່າງ​ຕໍ່​ເນື່ອງ ຈົນ​ເຖິງ​ທ້າຍ​ປີ 2019 ການ​ມອບ​ພັນ­ທະ​ອາ­ກອນ​ກຳ­ໄລ​ເປັນ​ເງິນ­ສົດ​ຂອງ​ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ໃຫ້​ລັດ­ຖະ­ບານ​ລາວ ມີ​ມູນ​ຄ່າ​ລວມ​ຫຼາຍ​ກວ່າ 259 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ທ່ານ ຈັນ​ເພັງ ບຸນ​ນະ​ຜົນ ປະ­ທານ​ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ກ່າວ​ວ່າ :  ການ​ມອບ​ພັນ­ທະ​ອາ­ກອນ​ກຳ­ໄລ​ລ່ວງ​ໜ້າ​ຄັ້ງ​ນີ້ ສະ­ທ້ອນ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ອັນ​ໜັກ​ແໜ້ນ​ຂອງ​ບໍ­ລິ­ສັດ ໃນ​ການ​ປະ­ກອບ­ສ່ວນ​ໂດຍ​ກົງ ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ລາວ ສະ­ໜັບ­ສະ­ໜູນ​ມາດ­ຕະ­ຖານ​ການ​ດຳ­ລົງ​ຊີ­ວິດ ແລະ ຊ່ວຍ​ພັດ­ທະ­ນາ​ສັງ­ຄົມ​ຂອງ​ພະ­ນັກ­ງານ​ບໍ­ລິ­ສັດ ພວກ​ເຮົາ​ມີ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ຕໍ່​ເນື່ອງ ຍາວ​ນານ​ຕໍ່​ປະ­ຊາ­ຊົນ​ລາວ ພວກ​ເຮົາ​ມີ​ຄວາມ​ພາກ­ພູມ​ໃຈ​ທີ່​ໄດ້​ປະ­ກອບ­ສ່ວນ​ອັນ​ມີ­ຄ່າ​ໃຫ້​ບັນ­ດາ​ຊຸມ​ຊົນ​ທີ່​ພວກ​ເຮົາ​ເຂົ້າ​ໄປ​ດຳ­ເນີນ​ງານ ແລະ ໃຫ້​ສັງ­ຄົມ​ລາວ ການ​ປະ­ກອບ­ສ່ວນ​ຂອງ​ພວກ​ເຮົາ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ເປັນ​ສ່ວນ​ໜຶ່ງ​ທີ່​ສຳ­ຄັນ ​ໂດຍ​ຜ່ານ​ການ​ມອບ​ພັນ­ທະ​ຄ່າ​ພາ­ສີ​ຊັບ­ພະ­ຍາ­ກອນ​ແຮ່​ທາດ ອາ­ກອນ ແລະ ພັນ­ທະ​ອື່ນໆ ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ພວກ​ເຮົາ ​ຈະ​ມີ​ຜົນ­ສຳ­ເລັດ​ດີ​ໃນ​ປີ​ໃໝ່​ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ເພື່ອ​ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ຄວາມ​ມຸ່ງ​ໝັ້ນ​ອັນ​ຕໍ່​ເນື່ອງ ຍາວ​ນານ​ດັ່ງ­ກ່າວ​ນີ້.

ພິ­ທີ​ມອບ-ຮັບ​ເງິນ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 24 ທັນ­ວາ 2020 ຢູ່​ກະ­ຊວງ​ການ​ເງິນ ເຊິ່ງ​ມອບ​ໂດຍ​ທ່ານ ສະ​ຕີບ ກິມ​ເພິ​ລ ຮັກ­ສາ​ການ​ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ພູ​ເບ້ຍ ມາຍ​ນິງ ແລະ ຮັບ​ໂດຍ​ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະ­ຊວງ​ການ​ເງິນ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!