ໃນໂອກາດສົ່ງທ້າຍປີເກົ່າ 2020 ຕ້ອນຮັບປີໃໝ່ 2021 ທີ່ຈະມາເຖິງ ວັນທີ 24 ທັນວາ 2020 ທ່ານ ແກ້ວເລີດສະໄໝ ທຳມະລັງສີ ທີ່ປຶກສາຂັ້ນສູງຂະແໜງພົວພັນສື່ສານ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ນຳກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ເປັນກຽດຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ທີ່ມາອວຍພອນຄັ້ງນີ້ ອັນເປັນການປະກອບສ່ວນໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງໜັງສືພິມວຽງຈັນໃໝ່ ແລະ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ອວຍພອນໃຫ້ຄະນະອຳນວຍການ ຕະຫຼອດຮອດພະນັກງານ-ລັດຖະກອນໃນບໍລິສັດດັ່ງກ່າວ ຈົ່ງມີຄວາມຜາສຸກໃນຊີວິດສ່ວນຕົວ ຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ.

# ຂ່າວ & ພາບ: ຂັນທະວີ