ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວປະເທດ ໄຂຂຶ້ນຢ່າງເປັນທາງການ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ­ເທດ ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ວັນ​ທີ 24-25 ທັນ­ວາ 2020 ຢູ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ສຊປລ) ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່​ຄະ­ນະ​ບໍ­ລິ­ຫານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ຜູ້­ນຳ​ພັກ-ລັດ ອະ­ດີດ​ການ​ນຳ​ຂັ້ນ​ສູງ ແລະ ຜູ້​ແທນ​ສົມ­ບູນ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ຜ່ານ​ບົດ​ລາຍ​ງານ​ການ­ເມືອງ​ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ­ເທດ​ຄັ້ງ​ທີ VIII ຜ່ານ​ຮ່າງ​ແຜນ​ຍຸດ​ທະ​ສາດ 2040 ວິ­ໄສ​ທັດ 2030 ແລະ ແຜນ​ພັດ­ທະ­ນາ​ຊາວ​ໜຸ່ມ-ເຍົາ­ວະ​ຊົນ 5 ປີ ຄັ້ງ​ທີ II (2021-2025) ຮ່າງ​ບົດ​ສຳ​ຫຼວດ​ນຳ­ພາ​ລວມ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ຄັ້ງ​ທີ VII ຜ່ານ​ບົດ​ລາຍ​ງານ​ການ​ປັບ­ປຸງ​ກົດ­ໝາຍ​ຂອງ​ຄະ­ນະ​ຊາວ​ໜຸ່ມ ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແລະ ກົດ​ລະ­ບຽບ​ການ­ຈັດ­ຕັ້ງ​ເຍົາ­ວະ​ຊົນ​ທັນ­ວາ ດຳ­ເນີນ​ການ​ບ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ­ນະ​ບໍ­ລິ­ຫານ​ຊາວ​ໜຸ່ມ​ຊຸດ​ທີ VIII ພ້ອມ​ນັ້ນ ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເພື່ອ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ຊຸດ​ໃໝ່​ຕື່ມ​ອີກ.

# ຂ່າວ & ພາບ: ລັດ​ເວ­ລາ

error: Content is protected !!