ວັນທີ 24 ທັນວາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມອບພາຫະນະຮັບ-ສົ່ງຄົນເຈັບ (Ambulance) ໃຫ້ບັນດາໂຮງໝໍແຂວງ 7 ແຂວງ ເພື່ອນຳໃຊ້ໃຫ້ແກ່ວຽກງານຕ້ານພະຍາດໂຄວິດ-19 ຕາງໜ້າຮັບຂອງຕົວແທນຈາກບັນດາໂຮງໝໍແຂວງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາຫະນະທີ່ມອບຄັ້ງນີ້ ລວມມີ 7 ຄັນ ໂດຍແມ່ນບໍລິສັດ ລາວໂຕໂຍຕ້າ ບໍລິການຈຳກັດ ເປັນຜູ້ສະໜອງ ຜ່ານການຈັດຊື້-ຈັດຫາຂອງຄະນະກຳມະການຈັດຊື້-ຈັດຈ້າງ ອະນຸກຳມະການສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ປະຕິບັດຕາມລະບຽບການກ່ຽວຂ້ອງ ເລີ່ມແຕ່ວັນທີ 3 ມິຖຸນາ 2020 ເຊິ່ງການຈັດຊື້ດັ່ງກ່າວ ໄດ້ນຳໃຊ້ງົບປະມານລັດຖະບານ ການປະກອບສ່ວນຂອງສັງຄົມ ໂດຍລົດຮັບ-ສົ່ງຄົນເຈັບນີ້ ເປັນແບບລົດຕູ້ ມີອຸປະກອນພື້ນຖານ ທັງໝົດ 7 ຄັນ ມູນຄ່າ 3,9 ຕື້ກີບ ໃນນີ້ໄດ້ມອບໃຫ້ ຜົ້ງສາລີ ຫຼວງນ້ຳທາ ຫົວພັນ ໄຊຍະບູລີ ໄຊສົມບູນ ເຊກອງ ແລະ ອັດຕະປື ແຂວງລະ 1 ຄັນ.
# ຂ່າວ & ພາບ: ຂັນທະວີ