ນັກວິໄຈສ້າງແຜ່ນຄຳທີ່ບາງທີ່ສຸດໃນໂລກໄດ້ແລ້ວ ມີຄວາມໜາພຽງ 2 ອະຕອມ

ທີມ​ນັກ​ວິ­ໄຈ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ລີດ ໃນ​ສະ­ຫະ​ລາ­ຊະ​ອາ­ນາ­ຈັກ​ອັງ­ກິດ ໄດ້​ສ້າງ​ແຜ່ນ​ຄຳ​ທີ່​ມີ​ຄວາມ​ໜາ​ພຽງ 0,47 ນາ​ໂນ​ແມັດ ໄດ້​ສຳ­ເລັດ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ໂລກ (ໜາ​ເທົ່າ​ກັບ 2 ອະ​ຕອມ).

ຄຳ ເປັນ​ວັດ​ສະ​ດຸ​ສຳ­ຄັນ​ໃນ​ອຸດ­ສາ­ຫະ­ກຳ ເອ​ເລັກ​ໂຕຣ​ນິກ ດ້ວຍ​ຄຸນ­ສົມ­ບັດ​ທີ່​ແສນ​ພິ­ເສດ ນັ້ນ​ຄື​ມັນ​ບໍ່​ເຮັດ​ປະ­ຕິ­ກິ­ລິ­ຍາ​ກັບ​ອົກ​ຊິ​ແຊນ​ໃນ​ອາ­ກາດ ເຮັດ​ໃຫ້​ຄຳ​ບໍ່​ເປັນ​ຂີ້­ໝ້ຽງ ດັ່ງ­ນັ້ນ ມັນ​ຈຶ່ງ​ຖືກ​ນຳ­ໄປ​ໃຊ້​ໃນ​ການ​ເຄືອບ​ຜິວ​ອຸ­ປະ­ກອນ​ຂະ­ໜາດ​ນ້ອຍ ນອກ­ຈາກ​ນີ້ ມັນ​ຍັງ​ເປັນ​ຕົວ​ເລັ່ງ​ປະ­ຕິ­ກິ­ລິ­ຍາ​ທີ່​ມີ​ປະ­ສິດ­ທິ­ພາບ​ສູງ ເປັນ​ຕົວ​ສະ­ທ້ອນ​ຄວາມ​ຮ້ອນ​ໄດ້​ດີ ຈຶ່ງ​ມີ​ການ​ນຳ­ໄປ​ໃຊ້​ໃນ​ວົງ​ການ​ອະ­ວະ­ກາດ​ດ້ວຍ ແລະ ທີ່​ສຳ­ຄັນ ຄຳ​ຍັງ​ສາ­ມາດ​ເຮັດ​ວຽກ​ໄດ້ ເຖິງ​ແມ່ນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ແຜ່ນ​ບາງ​ພຽງ​ໃດ​ກໍ​ຕາມ ຈົນ​ເອີ້ນ​ໄດ້​ວ່າ​ເປັນ​ແຜ່ນ​ຄຳ 2D ເນື່ອງ​ຈາກ​ໄຮ້​ຄວາມ​ໜາ​ໃນ​ມິ​ຕິ​ທີ 3 ກໍ​ວ່າ​ໄດ້.

ທີ່​ແລ້ວ​ມາ ການ​ຜະ­ລິດ​ແຜ່ນ​ຄຳ​ໃຫ້​ບາງ ເພື່ອ​ນຳ​ມາ​ໃຊ້​ໃນ​ວົງ​ການ​ອຸດ­ສາ­ຫະ­ກຳ​ນັ້ນ ຫຼັກໆ​ຄື​ການ​ເຮັດ​ກຳ­ໄລ​ຈາກ​ການ​ປະ­ຢັດ​ຕົ້ນ​ທຶນ ແຕ່​ຈາກ​ນີ້​ໄປ ຫາກ​ແຜ່ນ​ຄຳ 2D ນີ້​ຖືກ​ນຳ­ໄປ​ໃຊ້​ໃນ​ວົງ​ການ​ອຸດ­ສາ­ຫະ­ກຳ ກໍ​ຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ຫຼຸດ​ຈາກ​ເດີມ​ລົງ​ໄປ​ຢ່າງ​ຫຼວງ­ຫຼາຍ ເນື່ອງ​ຈາກ​ໃຊ້​ຄຳ​ໃນ​ປະ­ລິ­ມານ​ໜ້ອຍ​ກວ່າ​ທີ່​ແລ້ວໆ​ມາ ໃນ​ການ​ຜະ­ລິດ​ຢ່າງ​ເຫັນ​ໄດ້​ຈະ­ແຈ້ງ ຄຳ 2D ນີ້ ສ້າງ​ຂຶ້ນ​ໂດຍ​ການ​ສັງ​ເຄາະ​ມາ​ຈາກ​ກົດ chloroauric ເຊິ່ງ​ເປັນ­ສານ​ລະ­ລາຍ​ທີ່​ມີ​ທາດ​ຄຳ​ເປັນ​ສ່ວນ​ປະ­ກອບ ຈາກ​ນັ້ນ ກໍ​ນຳ­ໄປ​ໃສ່​ໃນ​ນ້ຳ​ຢາ​ເຄ​ມີ ອີກ​ຊະ­ນິດ​ໜຶ່ງ ເພື່ອ​ໃຫ້​ມັນ​ຟອມ​ຕົວ​ຂຶ້ນ​ມາ ໂດຍ​ບັງ­ຄັບ​ໃຫ້­ການ​ຟອມ​ຕົວ​ນັ້ນ​ຢູ່​ທີ່​ລະ­ດັບ​ຊັບ​ນາ​ໂນ ນັ້ນ​ຄື​ໃຫ້​ໜາ​ພຽງ 2 ອະ​ຕອມ.

ຖື​ເປັນ­ຄວາມ​ກ້າວ­ໜ້າ​ຂອງ​ວົງ​ການ​ວິ­ທະ­ຍາ­ສາດ ທີ່​ມີ​ສ່ວນ​ຊ່ວຍ​ໂດຍ​ກົງ​ຕໍ່​ວົງ​ການ​ອຸດ­ສາ­ຫະ­ກຳ ລວມ​ທັງ​ວົງ​ການ​ອື່ນ​ທີ່​ກ່ຽວ­ຂ້ອງ​ໃນ​ໂລກ​ຂອງ​ຄຳ.

error: Content is protected !!