ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງ ສປ ນວ ຊຸດທີ I ຈະຈັດຂຶ້ນວັນທີ 28-30 ທັນວາ ນີ້

ທ່ານ ສາ­ລະ​ພິດ ສູນ​ວໍ­ລະ​ວົງ ຄະ­ນະ​ປະ­ຈຳ ເລ­ຂາ­ທິ­ການ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ສປ ນວ) ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ກະ­ກຽມ ແລະ ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 10 ຂອງ ສປ ນວ ຊຸດ​ທີ I ວັນ​ທີ 23 ທັນ­ວາ 2020 ວ່າ: ກອງ​ປະ­ຊຸມ​ດັ່ງ­ກ່າວ ຈະ​ດຳ­ເນີນ​ວັນ​ທີ 28-30 ທັນ­ວາ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ຈະ​ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ບັນ­ຫາ​ສຳ­ຄັນ​ຕ່າງໆ ຄື: ຮັບ​ຟັງ​ການ​ຕີ​ລາ­ຄາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ແຜນ​ງົບ­ປະ­ມານ 5 ປີ (2016-2020) ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ປະ­ຈຳ​ປີ 2020 ແລະ ທິດ​ທາງ​ແຜນ­ການ ປີ 2021 ທາບ​ທາມ ແລະ ປະ­ກອບ​ຄຳ​ເຫັນ​ຕໍ່​ຮ່າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ IX ຂອງ ນວ (2021-2025) ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ການ­ເຄື່ອນ­ໄຫວ​ວຽກ​ງານ ປີ 2020 ແລະ ທິດ​ທາງ​ແຜນ­ການ ປີ 2021 ຂອງ​ອົງ­ການ​ກວດ​ສອບ​ປະ­ຈຳ​ພາກ​ກາງ ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ​ບົດ​ສະ­ຫຼຸບ​ຂາດ​ຕົວ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ ປີ 2019 ຂອງ ນວ ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ ປະ­ຈຳ​ປີ 2020 ແລະ ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ ປະ­ຈຳ​ປີ 2021 ຂອງ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ແລະ ສານ​ປະ­ຊາ­ຊົນ ນວ ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 5 ປີ (2016-2020) ປີ 2020 ຂອງ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ I ແຜນ­ການ​ຮອດ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ­ລຶກ ແລະ ຄາດ​ຄະ­ເນ​ແຜນ­ການ​ປະ­ຈຳ​ປີ 2021 ຂອງ ສປ ນວ ຊຸດ​ທີ II ຮັບ​ຟັງ​ການ​ປະ­ກອບ​ຄຳ​ເຫັນ​ຂອງ​ອົງ­ການ​ແນວ​ລາວ​ສ້າງ​ຊາດ ນວ ຕໍ່​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ ສປ ນວ ຮັບ​ຟັງ​ການ​ຊີ້​ແຈງ​ບັນ­ຫາ​ສຳ­ຄັນ​ຂອງ​ອົງ­ການ​ປົກ­ຄອງ ນວ ໂດຍ​ສະ­ເພາະ ການ​ຊີ້​ແຈງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ​ໃນ​ສະ­ເພາະ​ໜ້າ​ຢູ່ ນວ ການ​ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ບັນ­ຫາ​ການ​ຮົກ­ເຮື້ອ​ໃນ​ຕົວ​ເມືອງ​ນະ­ຄອນ­ຫຼວງ ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ​ຕາມ​ທ້ອງ​ຕະ­ຫຼາດ​ຢູ່ ນວ ການ​ແກ້​ໄຂ​ບັນ­ຫາ​ວຽກ​ເຮັດ​ງານ​ທຳ​ຂອງ​ປະ­ຊາ­ຊົນ​ຊາວ ນວ.

ນອກ​ນີ້ ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ຊີ້​ແຈງ​ຈາກ​ອົງ­ການ​ປົກ­ຄອງ ນວ ຕໍ່​ການ​ຊັກ​ຖາມ​ຂອງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ VIII ປະ­ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ສສ ນວ) ຊຸດ​ທີ I ຈຳ­ນວນ​ໜຶ່ງ ພ້ອມ​ທັງ​ຮັບ​ຟັງ​ການ​ເຜີຍ­ແຜ່​ເອ­ກະ­ສານ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ສສຊ ຊຸດ​ທີ IX ແລະ ສສ ນວ ຊຸດ​ທີ II ແລະ ມອບ​ຫຼຽນ​ກາ​ທີ່​ລະ­ນຶກ​ໃຫ້ ສສ ນວ ຊຸດ​ທີ I ຕື່ມ​ອີກ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!