ໃນໂອກາດສົ່ງທ້າຍປີເກົ່າ 2020 ຕ້ອນຮັບປີໃໝ່ 2021 ທີ່ຈະມາເຖິງ ທ່ານນາງ ພັນທະນະສອນ ສະຖຽນຣຸ່ງເຣື່ອງ ຜູ້ອຳນວຍການບໍລິສັດ SCG ອິນເຕີເນຊັນແນລ ຈຳກັດ ແລະ ທ່ານ ທີລະວຸດ ສຸພັນພິນໂຍ ຜູ້ອຳນວຍການຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດບຣາເດີ ຄອມເມີຊຽວ ປະເທດໄທຈຳກັດ ໄດ້ນຳກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ເປັນກຽດຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈ ແລະ ອວຍພອນມາຍັງ 2 ບໍລິສັດທີ່ມາອວຍພອນຄັ້ງນີ້.


# ຂ່າວ & ພາບ: ອົ່ນ ໄຟສົມທອງ