ອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ ປະຈຳລາວ ຮ່ວມກັບສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ກະຊວງສາທາລະນະສຸກ ແລະ ສະມາຄົມເຄືອຂ່າຍຜູ້ຕິດເຊື້ອ HIV ແລະ ອົງການ Epic ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານເອດສ໌ ປະຈຳປີ 2020 ຂຶ້ນວັນທີ 22 ທັນວາ 2020 ຢູ່ໂຮງແຮມດອນຈັນ ພາເລຊ ໂດຍມີທ່ານ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດສ໌ ແລະ ພຕພ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອເຜີຍແຜ່ຍຸດທະສາດແຫ່ງຊາດປີ 2021-2030 ແລະ ແຜນດຳເນີນງານ 2021-2025 ເພື່ອສົນທະນາການຈັດຕັ້ງປະຕິບັດຂອບການເຮັດວຽກປ້ອງກັນເຊື້ອ HIV ແຕ່ປີ 2021-2030 ເປັນການພົບປະຄູ່ຮ່ວມງານທີ່ເຮັດວຽກດ້ານໂຣກ ເອດສ໌ ແລະ ຊອກຫາຊ່ອງທາງການເຮັດວຽກຮ່ວມກັນໃນຕໍ່ໜ້າ ເພື່ອຫຼຸດຜ່ອນການຕິດເຊື້ອໃໝ່ ແລະ ຫຼຸດຜ່ອນບັນຫາເອດສ໌ຕໍ່ສຸຂະພາບຄົນເຮົາ ເປັນການສະແດງຜົນງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດ HIV ໄລຍະຜ່ານມາ ແລະ ອື່ນໆ.

ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໃນວັນທີ 1 ທັນວາຂອງທຸກໆປີ ທົ່ວໂລກໄດ້ຈັດຕັ້ງພິທີສະຫຼອງວັນສາກົນຕ້ານເອດສ໌ ປະຊາຊົນໃນທົ່ວໂລກ ສາມັກຄີກັນສະແດງການສະໜັບສະໜູນຜູ້ຕິດເຊື້ອ ແລະ ໄດ້ຮັບຜົນກະທົບຈາກພະຍາດເອດສ໌ ເພື່ອລະນຶກເຖິງຜູ້ທີ່ສູນເສຍຊີວິດຍ້ອນພະຍາດດັ່ງກ່າວ ປີ 2020 ຫົວຂໍ້ຂອງວັນສະເຫຼີມສະຫຼອງວັນສາກົນຕ້ານ ຈຶ່ງກຳນົດວ່າ: ສາມັກຄີເປັນປືກແຜ່ນ ແລະ ຮ່ວມກັນຮັບຜິດຊອບ ເພື່ອຮ່ວກັນສະຫຼອງວັນສຳຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສຳຄັນ ແລະ ເລີກເຊິ່ງ.

ສຳລັບ ສປປ ລາວ ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV ພາຍາດເອດສ໌ ແລະ ພຕພ ອີງຕາມຕົວເລກແຕ່ປີ 1990-ເດືອນກັນຍາ 2020 ມີຜູ້ຕິດເຊື້ອ HIV 14.915 ຄົນ ເປັນພະຍາດເອດສ໌ 6.014 ຄົນ ແລະ ເສຍຊີວິດ 4.801 ຄົນ ມີຜູ້ລົງທະບຽນກິນຢາ 12.860 ຄົນ ແລະ ມີໜ້າກິນຢາ 7.920 ຄົນ ເຊິ່ງການຕິດເຊື້ອສ່ວນຫຼາຍແມ່ນທາງເພດສຳພັນ ໂດຍກຸ່ມປະກອນທີ່ມີຄວາມສ່ຽງສູງຄື: ກຸ່ມສາວບໍລິການ ຊາຍມີເພດສຳພັນກັບຊາຍ (ຊພຊ) ກຸ່ມສັກຢາເສບຕິດເຂົ້າທາງເສັ້ນເລືອດ ຮອດປີ 2020 ອັດຕາການຕິດເຊື້ອ HIV ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15-49 ປີ ເທົ່າກັບ 0,3% ສາວບໍລິການ 1% ຊພຊ 2,5% ແລະ ກະເທີຍ 3,3%.

ພາຍໃຕ້ການນຳພາຂອງພັກ ລັດຖະບານ ແລະ ຄວາມເອົາໃຈໃສ່ຂອງການນຳແຕ່ລະຂັ້ນ ມາຮອດປີ 2020 ການຈັດຕັ້ງປະຕິບັດວຽກສະກັດກັ້ນ ແລະ ຕ້ານເຊື້ອພະຍາດດັ່ງກ່າວມີຄວາມຄືບໜ້າຫຼາຍ ເປັນຕົ້ນ ດ້ານການປິ່ນປົວ ການດູແລເບິ່ງແຍງ ແລະ ຊ່ວຍເຫຼືອຜູ້ຕິດເຊື້ອ HIV ເຊິ່ງປັດຈຸບັນມີສະຖານທີ່ໃຫ້ຄຳປືກສາ ແລະ ກວດເລືອດ 189 ແຫ່ງທົ່ວປະເທດ ມີສະຖານທີ່ປິ່ນປົວດ້ວຍຢາຕ້ານເຊື້ອ HIV 11 ແຫ່ງໃນ 8 ແຂວງ ມີຈຸດແຈກຢາຍຢາຢູ່ 2 ແຂວງ ແລະ ຈະມີການຂະຫຍາຍການປົກຄຸມໃຫ້ໄດ້ທົ່ວປະເທດໃນປີ 2021.



# ຂ່າວ & ພາບ: ລັດເວລາ