ກຸ່ມບໍລິສັດ AIF ນຳອຸປະກອນການແພດສຳລັບພະແນກສຸກເສີນເດັກນ້ອຍ ແລະ ອຸປະກອນການແພດອື່ນໆ ມາມອບໃຫ້ໂຮງໝໍມະໂຫສົດເມື່ອບໍ່ດົນມານີ້ ເຊິ່ງມອບໂດຍທ່ານນາງ ກິ່ງໂພເງິນ ພູມມະສັກ ປະທານກຸ່ມບໍລິສັດ AIF ແລະ ຮັບໂດຍທ່ານ ພິສິດ ພຸດສະຫວັດ ຜູ້ອຳນວຍການໂຮງໝໍມະໂຫສົດ ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານນາງ ກິ່ງໂພເງິນ ພູມມະສັກ ກ່າວວ່າ: ຈຸດເລີ່ມຕົ້ນຂອງຊ່ວຍເຫຼືອຄັ້ງນີ້ ແມ່ນສືບເນື່ອງຈາກທີ່ຂ້າພະເຈົ້າໄດ້ມີຄວາມຄິດຢາກຊ່ວຍເຫຼືອເດັກນ້ອຍ ແລະ ເດັກອ່ອນ ເຊິ່ງໄດ້ມີໂອກາດໄປຢ້ຽມຢາມ ແລະ ຊ່ວຍເຫຼືອພະແນກຟື້ນຟູເດັກອ່ອນ ຈຶ່ງເຫັນວ່າມີເດັກນ້ອຍໄດ້ເຂົ້າມາປິ່ນປົວຢ່າງຫຼວງຫຼາຍຈາກທົ່ວປະເທດ ແລະ ສ່ວນຫຼາຍແມ່ນມາຈາກຄອບຄົວທຸກຍາກ ອະນາຖາ ເງິນທີ່ໃຊ້ຈ່າຍຄ່າເດີນທາງມາໂຮງໝໍກໍມີຄວາມຫຍຸ້ງຍາກ ພະແນກເອງກໍມີທີມແພດທີ່ມີໝໍທີ່ມີສີມື ແລະ ມີທ່າແຮງໃນການປິ່ນປົວຢູ່ແລ້ວ ແຕ່ຍັງຂາດເຂີນອຸປະກອນຫຼາຍຢ່າງທີ່ສຳຄັນໃນການຊ່ວຍຊີວິດເດັກນ້ອຍ ຜູ້ບໍລິຫານ ແລະ ພະນັກງານຂອງກຸ່ມບໍລິສັດ AIF ຈິ່ງມີຈິດໃຈຢາກປະກອບສ່ວນໃນການຈັດຊື້ອຸປະກອນການແພດໃຫ້ພະແນກສຸກເສີນເດັກ ໂຮງໝໍມະໂຫສົດ ເຊິ່ງຕົວຈິງ ພວກເຮົາກໍໄດ້ມີການລະດົມທຶນເພື່ອຈັດຊື້ອຸປະກອນໃຫ້ໂຮງໝໍມະໂຫສົດທຸກໆປີ ນັບແຕ່ປີ 2018 ເປັນຕົ້ນມາ ພ້ອມທັງໄດ້ຈັດຕັ້ງກອງທຶນຊ່ວຍເຫຼືອເດັກນ້ອຍເຈັບຈາກຄອບຄົວທຸກຍາກ ນັບແຕ່ປີ 2017 ເປັນຕົ້ນມາ ກິດຈະກຳເຫຼົ່ານີ້ກໍຖືເປັນກິດຈະກຳສຳຄັນອັນໜຶ່ງຂອງກຸ່ມບໍລິສັດພວກເຮົາ ໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ເຊິ່ງການປະກອບສ່ວນຄັ້ງນີ້ ມີເຄື່ອງອົກຊີແຊນສຳລັບເດັກນ້ອຍ 5 ເຄື່ອງ ເຄື່ອງຢອດນ້ຳຢາໃນເສັ້ນເລືອດເດັກ 10 ເຄື່ອງ ຕູ້ອົບເດັກ 3 ເຄື່ອງ ຊຸດເຄື່ອງນຸ່ງເຂົ້າຫ້ອງຜ່າຕັດ 60 ຊຸດ ລວມມູນຄ່າ 300 ລ້ານກີບ.

ເຖິງການປະກອບສ່ວນຄັ້ງນີ້ ຈະເປັນການປະກອບສ່ວນນ້ອຍໆອັນໜຶ່ງ ໃນການປະຕິບັດໜ້າທີ່ຂອງແພດໝໍ ແລະ ບຸຄະລາກອນການແພດ ແຕ່ຂໍຖືໂອກາດນີ້ຊົມເຊີຍ ແລະ ສະແດງຄວາມຂອບໃຈແທນຄົນເຈັບຕໍ່ແພດໝໍ ແລະ ບຸຄະລາກອນການແພດທີ່ໄດ້ສຸມເຫື່ອແຮງ ຈິດໃຈ ແລະ ຄວາມສາມາດໃນການເອົາໃຈປິ່ນປົວຄົນເຈັບຢ່າງບໍ່ຮູ້ອິດເມື່ອຍ ແລະ ມີຫຼາຍກໍລະນີທີ່ແພດໝໍເອງກໍໄດ້ລະດົມເງິນກັນເອງ ເພື່ອຊື້ຢາ ແລະ ນົມໃຫ້ຄົນເຈັບທີ່ມາຈາກຈາກຄອບຄົວອະນາຖາ ເຖິງວ່າລາຍຮັບຂອງແຕ່ລະຄົນມີຈຳກັດ.



# ຂ່າວ & ພາບ: ສະບາໄພ