ກອງປະຊຸມແລກປ່ຽນ ກໍລະນີສຶກສານະໂຍບາຍ ແລະ ຜັນຂະຫຍາຍສົນທິສັນຍາຊີດໍ ພາຍໃຕ້ໂຄງການ ສຽງຂອງແມ່ຍິງ ຈັດຂຶ້ນວັນທີ 22-24 ທັນວາ 2020 ຢູ່ໂຮງແຮມດອນຈັນ ພາເລຊ ໂດຍເປັນປະທານຂອງທ່ານນາງ ອິນທະນາ ບຸບຜາສະຫວັນ ຜູ້ອຳນວຍການສະມາຄົມເພື່ອພັດທະນາ ແລະ ການສຶກສາກົດໝາຍ ທ່ານ ນາງ ມະນີວັນ ສຸ້ຍຍະວົງ ປະທານສະມາຄົມພັດທະນາບົດບາດຍິງ-ຊາຍ ມີທ່ານ ໂພທອງ ສິລິພົງ ຫົວໜ້າໂຄງການສຽງຂອງແມ່ຍິງ ອົງການ HELVETTAS ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອິນທະນາ ບຸບຜາສະຫວັນ ກ່າວວ່າ: ສົນທິສັນຍາວ່າດ້ວຍການລືບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ) ເປັນໜຶ່ງໃນສົນທິສັນຍາສາກົນທີ່ ສປປ ລາວ ໄດ້ໃຫ້ສັດຕະຍະບັນ ແລະ ມີຄວາມສຳຄັນແກ່ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຕ້ານການຈຳແນກທຸກຮູບການ ດັ່ງນັ້ນ ກອງປະຊຸມຄັ້ງນີ້ຈຶ່ງມີຄວາມສຳຄັນຍິ່ງ ໂດຍສະເພາະການຄົ້ນຄວ້າໃຫ້ຄວາມຮູ້ ເພື່ອເພີ່ມຄວາມເຂົ້າໃຈໃນດ້ານແນວຄວາມຄິດ ແລະ ຫຼັກການພື້ນຖານຂອງສົນທິສັນຍາສາກົນວ່າດ້ວຍການລືບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ທີ່ເຂົ້າຮ່ວມ ໃນການນຳໃຊ້ຫຼັກການຊີດໍ ເຂົ້າໃນຂົງເຂດວຽກງານ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພ້ອມນັ້ນ ຍັງເປັນການນຳສະເໜີ ແລະ ແລກປ່ຽນບົດກໍລະນີສຶກສາຫົວຂໍ້ ບົດບາດຍິງ-ຊາຍ ກົດໝາຍ ຄວາມທຸກຈົນ ແລະ ການບໍລິຫານລັດທີ່ກ່ຽວພັນກັບການຜັນຂະຫຍາຍສົນທິສັນຍາດັ່ງກ່າວທີ່ແຂວງເປົ້າໝາຍ ຮ່ວມກັບຄູ່ຮ່ວມງານ ເພື່ອເປັນຂໍ້ມູນອ້າງອີງໃນການຮ່ວມມື ທີ່ກ່ຽວພັນກັບນະໂຍບາຍການສົ່ງເສີມຄວາມສະເໝີພາບຍິງ-ຊາຍຂອງລາວໃຫ້ມີປະສິດທິຜົນຫຼາຍຂຶ້ນ.

# ຂ່າວ & ພາບ: ລັດເວລາ